ຂ່າວເດັ່ນ

ຫວຽດນາມ ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ

ຫວຽດນາມ ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ

(VOVWORLD) - ທ່ານປະທານປະເທດຢືນຢັນວ່າ ຫວຽດນາມ ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຖືລັດ ວໍຊິງຕັນ ແມ່ນຄູ່ຄ້າຈຸດສຸມຂັ້ນທ້ອງຖິ່ນ.

(ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ຕ້ອນຮັບທ່ານ Denny Heck, ຮອງຜູ້ວ່າການລັດ ວໍຊິງຕັນ)

ຫວຽດນາມ ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ. ນີ້ແມ່ນຄຳຢືນຢັນຂອງທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ທີ່ການຕ້ອນຮັບທ່ານ Denny Heck, ຮອງຜູ້ວ່າການລັດ ວໍຊິງຕັນ ໃນຕອນເຊົ້າວັນທີ 21 ກັນຍາ, ຢູ່ Seattle ເນື່ອງໃນໂອກາດເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສຸດຍອດສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 80.

ທ່ານປະທານປະເທດຢືນຢັນວ່າ ຫວຽດນາມ ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຖືລັດ ວໍຊິງຕັນ ແມ່ນຄູ່ຄ້າຈຸດສຸມຂັ້ນທ້ອງຖິ່ນ. ທ່ານປະທານປະເທດເນັ້ນໜັກວ່າ, ປະຈຸບັນ ຫວຽດນາມ ແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບທີ 5 ຂອງລັດ ວໍຊິງຕັນ, ທ່ານສະເໜີໃຫ້ 2 ຝ່າຍຕ້ອງຮັກສາທ່າຮ່ວມມືໂດຍຜ່ານການແລກປ່ຽນຄະນະຜູ້ແທນ, ການພົບປະທຸກຂັ້ນ; ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການຄ້າ, ການລົງທຶນ; ຊຸກຍູ້ການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ, ທ່າກຳປັ່ນນ້ຳເລິກ, ຊຸກຍູ້ການຮ່ວມມືລະຫວ່າງລັດກັບນະຄອນ ໂຮ່ຈີມິນ…

ສ່ວນທ່ານຮອງຜູ້ວ່າການລັດ Denny Heck ຢືນຢັນພ້ອມແລ້ວທີ່ຈະພ້ອມກັບບັນດາຄູ່ຮ່ວມມື ຫວຽດນາມ ເພີ່ມທະວີການເຊື່ອມຕໍ່ອຳນາດການປົກຄອງ - ວິສາຫະກິດ; ຊຸກຍູ້ດ້ານການຄ້າ - ການລົງທຶນ 2 ສົ້ນ. ທ່ານກໍ່ໃຫ້ຄຳໝັ້ນສັນຍາຈະສ້າງສະພາບແວດລ້ອມການດຳລົງຊີວິດ, ຮ່ຳຮຽນ ແລະ ດຳເນີນທຸລະກິດທີ່ສະດວກ, ສົ່ງເສີມການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ - ການສຶກສາ, startup ແລະ ເຊື່ອມຕໍ່ລະຫວ່າງລັດ ວໍຊິງຕັນ ແລະ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.