ຂ່າວເດັ່ນ

ຫວຽດນາມເຂົ້າຮ່ວມກົນໄກແກ້ໄຂຂໍ້ຂັດແຍ່ງຂອງ ອົງການການຄ້າໂລກ

ຫວຽດນາມເຂົ້າຮ່ວມກົນໄກແກ້ໄຂຂໍ້ຂັດແຍ່ງຂອງ ອົງການການຄ້າໂລກ

(VOVWORLD) - ໃນວັນທີ 16 ຕຸລາ, ຫວຽດນາມ ໄດ້ປະກາດຢ່າງເປັນທາງການກ່ຽວກັບການເຂົ້າຮ່ວມກົນໄກກຳມະການອຸທອນຫຼາຍຝ່າຍຊົ່ວຄາວ (MPIA). ນີ້ແມ່ນຂໍ້ລິເລີ່ມແນ່ໃສ່ປະກອບສ່ວນບໍາລຸງຮັກສາຄວາມໝັ້ນຄົງຂອງລະບົບການແກ້ໄຂຂໍ້ຂັດແຍ່ງທີ່ຂຶ້ນກັບອົງການການຄ້າໂລກ (WTO).

(ພາບປະກອບ: REUTERS/Denis Balibouse)

ຫວຽດນາມ ເຂົ້າຮ່ວມກົນໄກກຳມະການອຸທອນຫຼາຍຝ່າຍຊົ່ວຄາວ ໄດ້ສົ່ງສານອັນໜັກແໜ້ນກ່ຽວກັບຄຳໜັ້ນສັນຍາຂອງ ຫວຽດນາມ ສຳລັບລະບົບການຄ້າຫຼາຍຝ່າຍຕ້ອງອີງໃສ່ກົດໝາຍ. ໃນສະພາບການອົງການອຸທອນຂອງ ອົງການການຄ້າໂລກ, ເຊິ່ງໄດ້ເຄີຍຖືກຖືວ່າແມ່ນ “ສານປະຊາຊົນສູງສຸດ” ຂອງອົງການການຄ້າທົ່ວໂລກ, ພວມຢຸດການເຄື່ອນໄຫວຊົ່ວຄາວນັ້ນ, ເລື່ອງ ຫວຽດນາມ ເຂົ້າຮ່ວມກົນໄກກຳມະການອຸທອນຫຼາຍຝ່າຍຊົ່ວຄາວ  ໄດ້ຮັບຖືວ່າ ແມ່ນການກະທຳທີ່ມີຄວາມຮັບຜິດຊອບ, ບໍ່ພຽງແຕ່ຮັກສາຜົນປະໂຫຍດຂອງຫວຽດນາມ  ເທົ່ານັ້ນ ແຕ່ຍັງເປັນການຮ່ວມແຮງຮ່ວມໃຈກັບວົງຄະນະຍາດສາກົນປັບປຸງພື້ນຖານຂອງລະບົບອົງການການຄ້າໂລກ, ປະກອບສ່ວນຮັກສາຄວາມເຊື່ອໜັ້ນ ແລະ ຄວາມສະຖຽນລະພາບໃຫ້ແກ່ ການຄ້າສາກົນ.

ກ່ຽວກັບດ້ານຍຸດທະສາດ. ການເຂົ້າຮ່ວມກົນໄກ ກຳມະການອຸທອນຫຼາຍຝ່າຍຊົ່ວຄາວ ໄດ້ຍົກສູງທີ່ຕັ້ງບົດບາດ ແລະ ສຽງເວົ້າຂອງ ຫວຽດນາມ ໃນການປຶກສາຫາລືກ່ຽວກັບການປະຕິຮູບ ອົງການການຄ້າສາກົນ. ກ່ຽວກັບຜົນປະໂຫຍດຕົວຈິງ, ກົນໄກກຳມະການອຸທອນຫຼາຍຝ່າຍຊົ່ວຄາວ ແມ່ນກົນໄກທີ່ໜອງເຄື່ອງມືທີ່ສຳຄັນໃຫ້ແກ່ ຫວຽດນາມ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາວິສາຫະກິດ ແລະ ບັນດາຂະແໜງສົ່ງອອກສິນຄ້າ ຕໍ່ບັນດາສະພາບການຂັດແຍ່ງທາງການຄ້າທີ່ສັບສົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.