ຂ່າວເດັ່ນ

ຫວຽດນາມເພີ່ມທະວີການຮ່ວມມືກັບບັນດາອົງການຂອງສະຫະປະຊາຊາດ

ຫວຽດນາມເພີ່ມທະວີການຮ່ວມມືກັບບັນດາອົງການຂອງສະຫະປະຊາຊາດ

(VOVWORLD) -ແຕ່ວັນທີ 14 – 18 ກໍລະກົດ, ຄະນະປະຕິບັດງານຂອງ ກະຊວງການຕ່າງປະເທດ ຫວຽດນາມໂດຍທ່ານ ເລແອັງຕວນ ຮອງລັດຖະມົນຕີ ເປັນຫົວຫນ້າຄະນະໄດ້ຜັນຂະຫຍາຍຫລາຍການເຄື່ອນໄຫວຮ່ວມມືກັບບັນດາອົງການຂອງສປຊ ຢູ່ ວຽນນາ ປະເທດ ໂອຕະລິດ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 58 ຂອງ ຄະນະກຳມະການກົດໝາຍການຄ້າສາກົນ ສປຊ.

ຄະນະປະຕິບັດງານຂອງກະຊວງການຕ່າງປະເທດ ຫວຽດນາມ ຜັນຂະຫຍາຍຫລາຍການເຄື່ອນໄຫວຮ່ວມມືກັບ ສປຊ. (ພາບ:nhandan.vn)

ວັນທີ 17 ກໍລະກົດ, ທ່ານ ເລແອັງຕວນ ແລະ ທ່ານນາງ Anna Joubin-Bret ເລຂານຸການ ຄະນະກຳມະການກົດໝາຍການຄ້າສາກົນ ສປຊ (UNCITRAL),  ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມື (MOU) ລະຫວ່າງ ກະຊວງການຕ່າງປະເທດ ຫວຽດນາມ ແລະ UNCITRAL, ໄລຍະ 2025 – 2031 ດ້ວຍຈຸດສຸມການຮ່ວມມືກ່ຽວກັບກອບນິຕິກຳໃຫ້ແກ່ເສດຖະກິດສີຂຽວ ແລະເສດຖະກິດດິຈິຕອນ, ຊຸກຍູ້ການສ້າງກອບນິຕິກຳຂອງ ຫວຽດນາມໃຫ້ສົມບູນແບບໃຫ້ແກ່ການເຄື່ອນໄຫວດ້ານການຄ້າສາກົນ.  ຄະນະຫວຽດນາມ ກໍ່ສົມທົບກັບຄະນະເລຂາ UNCITRAL ຈັດຕັ້ງເຫດການແນະນຳ “ຕະຫລາດ ກາກບອນ” ໃນວັນທີ 15ກໍລະກົດໃຫ້ແກ່ລາຍການປະຕິບັດງານຄັ້ງຈະມາເຖິງຂອງຄະນະກຳມະການ.

          ທີ່ການພົບປະ ທ່ານ Ciyong Zou ຮອງຜູ້ອຳນວຍການໃຫຍ່ອົງການພັດທະນາອຸດສາຫະກຳ ສປຊ (UNIDO), ທ່ານ ຮອງລັດຖະມົນຕີ ເລແອັງຕວນ ສະເຫນີ UNIDO ສືບຕໍ່ຫນູນຊ່ວຍກ່ຽວກັບການໃຫ້ຄຳປຶກສານະໂຍບາຍ, ຍົກສູງກຳລັງຄວາມສາມາດ, ພັດທະນາອຸດສາຫະກຳສີຂຽວ, ທັນສະໄຫມກໍ່ຄືຜັນຂະຫຍາຍປະສິດທິຜົນບັນດາໂຄງການຂອງ

UNIDO ຢູ່ ຫວຽດນາມ.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.