ຂ່າວເດັ່ນ

ຫວຽດນາມຢັ້ງຢືນ ທີ່ຕັ້ງບົດບາດເປັນສະຖານທີ່ທ່ອງທ່ຽວທີ່ດີໃນຕະຫຼາດທ່ອງທ່ຽວ ອິດສະລາແອນ

ຫວຽດນາມຢັ້ງຢືນ ທີ່ຕັ້ງບົດບາດເປັນສະຖານທີ່ທ່ອງທ່ຽວທີ່ດີໃນຕະຫຼາດທ່ອງທ່ຽວ ອິດສະລາແອນ

(VOVWORLD) - ໃນກອງປະຊຸມສຳມະນາ,ແຕ່ລະຝ່າຍໄດ້ອັບເດດຮອບດ້ານກ່ຽວກັບຄວາມສາມາດການທ່ອງທ່ຽວຫວຽດນາມ, ແນະນຳລະບົບນິເວດການບໍລິການທ່ອງທ່ຽວແບບຄົບຊຸດ, ຄວາມສາມາດໃນການຜັນຂະຫຍາຍບັນດາຜະລິດຕະພັນ tour series, incentive ແລະ tailormade.

ຫວຽດນາມຢັ້ງຢືນ ທີ່ຕັ້ງບົດບາດເປັນສະຖານທີ່ທ່ອງທ່ຽວທີ່ດີໃນຕະຫຼາດທ່ອງທ່ຽວ ອິດສະລາແອນ
(ພາບ: TTXVN)

ໃນຂອບງານຕະຫຼາດນັດ ທ່ອງທ່ຽວສາກົນເຂດ ທະເລເມດີຕາລາເນ (International Mediterranean Tourism Market – IMTM) ຄັ້ງທີ 32 ຈັດຂຶ້ນຢູ່ນະຄອນຫຼວງ Tel Aviv ຂອງ ປະເທດ ອິດສະລາແອນ, ວັນທີ 1 ກຸມພາ,  ບໍລິສັດ AuthenticAsia DMC ປະສານສົມທົບພ້ອມກັບ ກຸ່ມບໍລິສັດ Little ໂຮ້ຍອານ,  Vietstar Cruises Investment JSC Destination Chase ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ ‘’ຫວຽດນາມ - ສະຖານທີ່ທ່ອງທ່ຽວທີ່ດີສຳລັບແຂກທ່ອງທ່ຽວ ອິດສະລາແອນ’’.

ໃນກອງປະຊຸມສຳມະນາ,ແຕ່ລະຝ່າຍໄດ້ອັບເດດຮອບດ້ານກ່ຽວກັບຄວາມສາມາດການທ່ອງທ່ຽວຫວຽດນາມ, ແນະນຳລະບົບນິເວດການບໍລິການທ່ອງທ່ຽວແບບຄົບຊຸດ, ຄວາມສາມາດໃນການຜັນຂະຫຍາຍບັນດາຜະລິດຕະພັນ tour series, incentive ແລະ tailormade,ພ້ອມກັນນັ້ນປຶກສາຫາລືທິດທາງການຮ່ວມມືພັດທະນາຜະລິດຕະພັນໃຫ້ເໝາະສົມກັບຄວາມຕ້ອງການຂອງແຂກທ່ອງທ່ຽວອິດສະລາແອນ ໄລຍະ 2026-2027.

IMTM ແມ່ນງານຕະຫຼາດນັດທ່ອງທ່ຽວອາຊີບໃຫຍ່ທີ່ສຸດຢູ່ ອິດສະລາແອນ ແລະ ພາກພື້ນທະເລເມດີຕາລາເນ, ໄດ້ຈັດຂຶ້ນຢ່າງລຽນຕິດມາເປັນເວລາ 30 ກວ່າປີ. ງານຕະຫຼາດນັດຄັ້ງນີ້ໄດ້ຈັດຂຶ້ນເປັນທາງການຕັ້ງແຕ່ວັນທີ 3-4 ກຸມພາ ຢູ່ສູນງານວາງສະແດງ Expo Tel Aviv, ຊຶ່ງປະກອບດ້ວຍເກືອບ 200 ຮ້ານວາງສະແດງ ແລະ ນັບພັນກວ່າຫົວໜ່ວຍຕາງໜ້າຈາກ 50 ກວ່າປະເທດ. ການເຂົ້າຮ່ວມຂອງບັນດາວິສາຫະກິດການທ່ອງທ່ຽວຫວຽດນາມ ເປັນຂີດໝາຍບາດກ້າວອັນສຳຄັນໃນວຽກງານໂຄສະນາຮູບພາບການທ່ອງທ່ຽວຫວຽດນາມຢູ່ ທ້ອງຕະຫຼາດ ຕາເວັນອອກກາງ-ເຂດທະເລເມດີຕາລາເນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.