ຂ່າວເດັ່ນ

ອິ​ດ​ສະ​ຣາ​ແອັນ ຍູ້​ແຮງ​ການ​ບຸ​ກ​ໂຈມ​ຕີ​ເຂົ້າ​ເຂດ ກາ​ຊາ, ມີ​ເດັກ​ນ້ອຍຫຼາຍ​ຄົນ​ເສຍ​ຊີ​ວິດ

ອິ​ດ​ສະ​ຣາ​ແອັນ ຍູ້​ແຮງ​ການ​ບຸ​ກ​ໂຈມ​ຕີ​ເຂົ້າ​ເຂດ ກາ​ຊາ, ມີ​ເດັກ​ນ້ອຍຫຼາຍ​ຄົນ​ເສຍ​ຊີ​ວິດ

(VOVWORLD) - ຕາມກຳລັງປ້ອງກັນພົນລະເຮືອນເຂດ ກາຊາ ແລ້ວ, ໃນຕອນເຊົ້າວັນທີ 2 ມິຖຸນາ, ກອງທັບ ອິດສະຣາແອັນ ໄດ້ດຳເນີນການບຸກໂຈມຕີ ນັບທັງກອງທັບອາກາດ ແລະ ທະຫານບົກເຂົ້າຫຼາຍເຂດທີ່ແຕກຕ່າງກັນໃນທົ່ວເຂດ ກາຊາ.

ກອງທັບ ອິດສະຣາແອັນ ເຄື່ອນໄຫວຢູ່ເຂດ ກາຊາ ໃນວັນທີ 02/6/2025 (ພາບ: Israel Defense Forces)

ໃນນັ້ນ, ການບຸກໂຈມຕີເຂົ້າເຮືອນຫຼັງໜຶ່ງຢູ່ເທດສະບານ Jabalia, ທາງພາກເໜືອເຂດ ກາຊາ ເຮັດໃຫ້ຢ່າງໜ້ອຍສຸດ 14 ຄົນເສຍຊີວິດ, ໃນນັ້ນ ມີ ເດັກນ້ອຍ 6 ຄົນ ແລະ 20 ຄົນຫາຍສາບສູນ. ຢູ່ນະຄອນ Khan Younis, ທາງພາກໃຕ້ເຂດ ກາຊາ, ກອງທັບ ອິດສະຣາແອັນ ຖືກກ່າວຫາວ່າ ມ້າງທຳລາຍກຳແພງຢູ່ທາງຫຼັງໂຮງໝໍ ເອີຣົບ ພັງທະລາຍລົງ.

        ສ່ວນຢູ່ນະຄອນໃຕ້ສຸດ Rafah, ທະຫານ ອິດສະຣາແອັນ ຖືກກ່າວຫາວ່າ ຍິງປືນໃສ່ຈຸດແຈກຢາຍເຄື່ອງຊ່ວຍເຫຼືອມະນຸດສະທຳ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 31 ຄົນ.

        ມີພະຍານຫຼັກຖານຈຳນວນໜຶ່ງເວົ້າວ່າ ເຮືອບິນບໍ່ມີຄົນຂັບ ແລະ ລົດຖັງ ອິດສະຣາແອັນ ໄດ້ຍິງປືນເຂົ້າກຸ່ມຄົນຈຳນວນຫຼາຍ. ໃນຂະນະນັ້ນ, ໂຄສົກຂອງກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ຢັ້ງຢືນວ່າ ບໍ່ມີການກະທຳຍິງປືນໃສ່ສາມັນຊົນ ແລະ ຖະແຫຼງວ່າຈະສືບສວນທຸກຄຳກ່າວຫາດັ່ງກ່າວ.

        ນັກຂ່າວ VOV ປະຈຳ ອີຢິບ

This site is protected by reCAPTCHA and the Google Privacy Policy and Terms of Service apply.