ຂ່າວເດັ່ນ

ອິ​ດ​ສະ​ຣາ​ແອັນ ສືບ​ຕໍ່​ຈຳ​ກັດ​ການ​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ເຂົ້າ​ເຂດ​ກາ​ຊາ, ກ່າວ​ຫາ ຮາ​ມາດ​ສ ລະ​ເມີດ​ການ​ຢຸດ​ຍິງ

ອິ​ດ​ສະ​ຣາ​ແອັນ ສືບ​ຕໍ່​ຈຳ​ກັດ​ການ​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ເຂົ້າ​ເຂດ​ກາ​ຊາ, ກ່າວ​ຫາ ຮາ​ມາດ​ສ ລະ​ເມີດ​ການ​ຢຸດ​ຍິງ

(VOVWORLD) - ສປຊ ໄດ້ຮັບແຈ້ງການຈາກອົງການຂຶ້ນກັບກະຊວງປ້ອງກັນປະເທດ ອິດສະຣາແອັນ ກ່ຽວກັບເລື່ອງ ແຕ່ລະມື້ປະເທດນີ້ຈະພຽງແຕ່ອະນຸຍາດໃຫ້ລົດບັນທຸກເຄື່ອງຊ່ວຍເຫຼືອມະນຸດສະທຳ 300 ຄັນເຂົ້າເຂດ ກາຊາ, ແທນທີ 600 ຄັນຕໍ່ມື້ ຄືດັ່ງໄດ້ໃຫ້ຄຳໝັ້ນສັນຍາໃນຂໍ້ຕົກລົງຢຸດຍິງໄລຍະທີ 1 ທີ່ພວມມີຜົນສັກສິດ.

ລົດຂົນສົ່ງເຊື້ອເພີງຂອງ ສປຊ ຈາກ ຊີນາຍ, ອີຢິບ ເຂົ້າເຂດ ກາຊາ ຜ່ານດ່ານຊາຍແດນ Rafah (ພາບ: VOV)

ວັນທີ 14 ຕຸລາ, ທ່ານນາງ Olga Cherevko ໂຄສົກຫ້ອງວ່າການ ສປຊ ກ່ຽວກັບການປະສານງານບັນດາບັນຫາມະນຸດສະທຳຢູ່ເຂດ ກາຊາ  ໃຫ້ຮູ້ວ່າ ສປຊ ໄດ້ຮັບແຈ້ງການຈາກອົງການຂຶ້ນກັບກະຊວງປ້ອງກັນປະເທດ ອິດສະຣາແອັນ ກ່ຽວກັບເລື່ອງ ແຕ່ລະມື້ປະເທດນີ້ຈະພຽງແຕ່ອະນຸຍາດໃຫ້ລົດບັນທຸກເຄື່ອງຊ່ວຍເຫຼືອມະນຸດສະທຳ 300 ຄັນເຂົ້າເຂດ ກາຊາ, ແທນທີ 600 ຄັນຕໍ່ມື້ ຄືດັ່ງໄດ້ໃຫ້ຄຳໝັ້ນສັນຍາໃນຂໍ້ຕົກລົງຢຸດຍິງໄລຍະທີ 1 ທີ່ພວມມີຜົນສັກສິດ. ເລື່ອງຈຳກັດດັ່ງກ່າວເລີ່ມໝູນໃຊ້ແຕ່ວັນທີ 15 ຕຸລາ ເພື່ອແນໃສ່ມີປະຕິກິລິຍາຕອບກັບຕໍ່ເລື່ອງຂະບວນການ ຮາມາດສ ລະເມີດຂໍ້ຕົກລົງມອບສົ່ງຊາກສົບຕົວປະກັນໃຫ້ແກ່ ອິດສະຣາແອັນ.

        ກ່ອນໜ້ານັ້ນ, ສື່ມວນຊົນ ອິດສະຣາແອັນ ກໍໄດ້ໃຫ້ຂ່າວວ່າ ເຈົ້າໜ້າທີ່ຄວາມໝັ້ນຄົງປະເທດນີ້ ໄດ້ຕັ້ງຂໍ້ສະເໜີວົງການເຈົ້າໜ້າທີ່ການເມືອງຍັງບໍ່ທັນອະນຸຍາດໃຫ້ເປີດປະຕູດ່ານຊາຍແດນ Rafah ຈາກແຫຼມ ຊີນາຍ ຂອງ ອີຢິບ ເຂົ້າເຂດ ກາຊາ, ພ້ອມທັງພຽງແຕ່ອະນຸຍາດໃຫ້ສ່ວນໜຶ່ງເຄື່ອງຊ່ວຍເຫຼືອມະນຸດສະທຳໄດ້ຂົນສົ່ງເຂົ້າເຂດ ກາຊາ ໃນແຕ່ລະມື້, ກ່ອນທີ່ ຮາມາດ ມອບຊາກສົບຂອງຕົວປະກັນ 28 ຄົນ ໃຫ້ແກ່ ອິດສະຣາແອັນ.

        ຄວາມຈິງດັ່ງກ່າວເຮັດໃຫ້ນັກວິເຄາະຫຼາຍທ່ານມີຄວາມວິຕົກກັງວົນຕໍ່ບັນດາການເຈລະຈາລະຫວ່າງ ອິດສະຣາແອັນ ແລະ ຮາມາດສ ກ່ຽວກັບການຜັນຂະຫຍາຍໄລຍະທີ 2 ຂອງ ຂໍ້ຕົກລົງ, ມີຄວາມສ່ຽງຖືກຢຸດສະງັກ, ຊ້ຳບໍ່ໜຳແມ່ນຖືກແຕກແຫງ.

ນັກຂ່າວ VOV  ປະຈຳ ອີຢິບ


This site is protected by reCAPTCHA and the Google Privacy Policy and Terms of Service apply.