ຂ່າວເດັ່ນ

IAEA ແລະ ອີ​ຣານ ເຊື່ອມ​ຕໍ່​ການ​​ສົນ​ທະ​ນາດ້ານ​ນິວ​ເຄຼຍ

IAEA ແລະ ອີ​ຣານ ເຊື່ອມ​ຕໍ່​ການ​​ສົນ​ທະ​ນາດ້ານ​ນິວ​ເຄຼຍ

(VOVWORLD) - ວັນທີ 14 ເມສາ, ຜູ້ອຳນວຍການໃຫຍ່ ອົງການພະລັງງານປະລາມານູສາກົນ (IAEA) ທ່ານ Rafael Grossi ໄດ້ຢັ້ງຢືນຈະໄປຮອດ Tehran ໃນອາທິດນີ້ເພື່ອແນໃສ່ຊຸກຍູ້ການຮ່ວມມືກັບ ອີຣານກ່ຽວກັບໂຄງການນິວເຄຼຍ.

ທ່ານ Rafael Grossiຜູ້ອຳນວຍການໃຫຍ່ ອົງການພະລັງງານປະລາມານູສາກົນ (IAEA)  (ພາບ: Kyodo/TTXVN)

ໃນບົດຂຽນສະບັບໜຶ່ງທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ X, ທ່ານ Rafael Grossi ເນັ້ນໜັກວ່າ ເລື່ອງອີຣານ ເຂົ້າຮ່ວມ ແລະ ຮ່ວມມືກັບ IAEA ແມ່ນສິ່ງທີ່ມີຄວາມຈຳເປັນ, ເປັນຕົ້ນແມ່ນໃນຈຸດເວລາບັນດາມາດຕະການທາງການທູດ ພວມນັບມື້ນັບຮີບດ່ວນ. ແຫຼ່ງຂ່າວການຕ່າງປະເທດເປີດເຜີຍວ່າ ການຢ້ຽມຢາມຂອງທ່ານ Rafael Grossi ຄາດວ່າຈະດຳເນີນໃນວັນທີ 17 ເມສາ. ນີ້ແມ່ນການຢ້ຽມຢາມອີຣານ ຄັ້ງທຳອິດຂອງທ່ານ ນັບແຕ່ເດືອນພະຈິກປີ 2024.

ແລະກໍ່ໃນວັນດຽວກັນ, ທ່ານ Esmaeil Baqaei ໂຄສົກກະຊວງການຕ່າງປະເທດ ອີຣານ ໄດ້ແຈ້ງໃຫ້ຊາບວ່າ ທ່ານ Abbas Araghchi ລັດຖະມົນຕີການຕ່າງປະເທດ ອີຣານ ຈະໄປຍັງມົດສະກູ ເພື່ອປຶກສາຫາລືກັບວົງການເຈົ້າໜ້າທີ່ລັດເຊຍ ກ່ຽວກັບການເຈລະຈານິວເຄຼຍຮອບໃໝ່ ລະຫວ່າງ ອີຣານ ແລະ ອາເມລິກາ, ຄາດວ່າຈະດຳເນີນໃນວັນທີ 19 ເມສາຢູ່ Rome, ອີຕາລີ. ລັດເຊຍໄດ້ດກ່າວສະໜັບສະໜູນການສົນທະນາລະຫວ່າງ ອີຣານ ແລະ ອາເມລິກາ ແລະ ຖືວ່າ ນີ້ແມ່ນໂອກາດເພື່ອຊອກຫາວິທີການທາງການທູດ, ພ້ອມທັງກ່າວເຕືອນວ່າການສູ້ຢັນກັນດ້ານການທະຫານຈະແມ່ນ “ວິນາດຕະກຳທົ່ວໂລກ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.