ຂ່າວເດັ່ນ

IAEA ເປັນ​ກາງ​ໄກ່​ເກ່ຍ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ຊົ່ວ​ຄາວ ຢູ່​ໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ນິວ​ເຄຼຍ Zaporizhzhia

IAEA ເປັນ​ກາງ​ໄກ່​ເກ່ຍ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ຊົ່ວ​ຄາວ ຢູ່​ໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ນິວ​ເຄຼຍ Zaporizhzhia

(VOVWORLD) - ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ IAEA ໄດ້ຂໍຂອບໃຈລັດເຊຍ ແລະ ຢູແກຼນ ຍ້ອນໄດ້ເຫັນດີຕໍ່ຂໍ້ຕົກລົງຢຸດຍິງຊົ່ວຄາວ, ຖືນີ້ແມ່ນ “ໄລຍະເວລາມິດງຽບ” ອະນຸຍາດຟື້ນຟູການສົ່ງໄຟຟ້າ ລະຫວ່າງບັນດາ ໝໍແບງໄຟຟ້າ ຂອງ ZNPP ແລະ ໂຮງງານໄຟຟ້າຖ່ານຫີນ Zaporizhzhia.

ວັນທີ 28 ທັນວາ, ອົງການພະລັງງານປະລາມານູສາກົນ (IAEA) ໄດ້ຢັ້ງຢືນວຽກງານສ້ອມແປງສາຍສົ່ງໄຟຟ້າສຳຄັນ ທີ່ໄດ້ຮັບການຜັນຂະຫຍາຍຢູ່ໃກ້ກັບໂຮງງານໄຟຟ້ານິວເຄຼຍ Zaporizhzhia (ZNPP), ພາຍຫຼັງ ທັງລັດເຊຍ ແລະ ຢູແກຼນ ເຫັນດີຕໍ່ຂໍ້ຕົກລົງຢຸດຍິງສ່ວນໜຶ່ງ ໂດຍ IAEA ເປັນກາງໄກ່ເກ່ຍ. ໃນສື່ສັງຄົມອອນໄລ X, ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ IAEA ໄດ້ຂໍຂອບໃຈລັດເຊຍ ແລະ ຢູແກຼນ ຍ້ອນໄດ້ເຫັນດີຕໍ່ຂໍ້ຕົກລົງຢຸດຍິງຊົ່ວຄາວ, ຖືນີ້ແມ່ນ “ໄລຍະເວລາມິດງຽບ” ອະນຸຍາດຟື້ນຟູການສົ່ງໄຟຟ້າ ລະຫວ່າງບັນດາ ໝໍແບງໄຟຟ້າ ຂອງ ZNPP ແລະ ໂຮງງານໄຟຟ້າຖ່ານຫີນ Zaporizhzhia. ຕາມທ່ານ Grossi ແລ້ວ, ວຽກງານນີ້ຈະຊ່ວຍເພີ່ມຄວາມປອດໄພດ້ານນິວເຄຼຍ ຢູ່ ZNPP. ຄາດວ່າການສ້ອມແປງນີ້ຈະແກ່ຍາວໃນ 2 – 3 ວັນ.


This site is protected by reCAPTCHA and the Google Privacy Policy and Terms of Service apply.