ຂ່າວເດັ່ນ

IAEA ຢາກສວມບົດບາດເປັນຂົວເຊື່ອມຕໍ່ໃນການເຈລະຈານິວເຄຼຍ ອາເມລິກາ - ອີຣານ

IAEA ຢາກສວມບົດບາດເປັນຂົວເຊື່ອມຕໍ່ໃນການເຈລະຈານິວເຄຼຍ ອາເມລິກາ - ອີຣານ

(VOVWORLD) - ອົງການນີ້ຕ້ອງສວມບົດບາດເປັນຂົວ ຕໍ່ໃນວິວັດທະນາການເຈລະຈາດ້ານນິວເຄຼຍລະຫວ່າງ ອີຣານ ແລະ ອາເມລິກາ.

ທ່ານ Rafael Grossi, ຜູ້ອຳນວຍການໃຫຍ່ IAEA ແລະ ທ່ານ Mohammad Eslami, ຜູ້ອຳນວຍການໃຫຍ່ AEOI
(ພາບ: IRNA/TTXVN)

ວັນທີ 17 ເມສາ, ທ່ານ Rafael Grossi, ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ຖືວ່າ, ອົງການນີ້ຕ້ອງສວມບົດບາດເປັນຂົວຕໍ່ໃນວິວັດທະນາການເຈລະຈາດ້ານນິວເຄຼຍລະຫວ່າງ ອີຣານ ແລະ ອາເມລິກາ. ກ່າວຄຳເຫັນໃນການຢ້ຽມຢາມ ເຕເຮຣານ, ທ່ານ Rafael Grossi ໃຫ້ຮູ້ວ່າ ທ່ານໄດ້ປຶກສາຫາລືກັບທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araqchi ແລະ ທ່ານຮອງປະທານາທິບໍດີ, ທັງເປັນຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູ ອີຣານ (AEOI) Mohammad Eslami. ການປຶກສາຫາລືສຸມໃສ່ວິທີທີ່ IAEA ອາດສາມາດໜູນຊ່ວຍບັນດາການເຈລະຈາໃນປະຈຸບັນລະຫວ່າງ ວໍຊິງຕັນ ແລະ ເຕເຮຣານ.

        ໂດຍມີທັດສະນະເຊັນດຽວກັນ, ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araqchi ໃຫ້ຮູ້ວ່າ, IAEA ອາດຈະສວມບົດບາດສຳຄັນໃນວິວັດທະນາການແກ້ໄຂສັນຕິພາບສຳເນົາເອກະສານນິວເຄຼຍ ອີຣານ ໃນຊຸມເດືອນຈະມາເຖິງ. ນອກນັ້ນ, ທ່ານ Araqchi ໄດ້ເນັ້ນໜັກເຖິງຄວາມຕັດສິນໃຈຂອງ ເຕເຮຣານ ໃນເລື່ອງ ສືບຕໍ່ຮ່ວມມືກັບ IAEA.

        ຄາດວ່າ, ຮອບເຈລະຈາຄັ້ງທີ 2 ຈະຈັດຂຶ້ນຢູ່ ໂຣມ, ປະເທດ ອີຕາລີ ໃນວັນທີ 19 ເມສາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.