ຂ່າວເດັ່ນ

ອິດ​ສ​ະ​ລາ​ແອັນ ຍູ້​ແຮງ​ການ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ເຂດ​ກາ​ຊາ

ອິດ​ສ​ະ​ລາ​ແອັນ ຍູ້​ແຮງ​ການ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ເຂດ​ກາ​ຊາ

(VOVWORLD) - ໂດຍບໍ່ຫົວຊາຕໍ່ຫາງສຽງພາຍໃນປະເທດ ກໍ່ຄືສາກົນ, ໃນວັນທີ 4 ກັນຍາ ກອງທັບ ອິດສະລາແອັນ ສືບຕໍ່ຍູ້ແຮງການບຸກໂຈມຕີເລັ່ງໃສ່ເຂດກາຊາ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 53 ຄົນ ແລະ ຜູ້ຖືກບາດເຈັບກ່ວາ 200 ຄົນ.

ຕຶກອາຄານຕ່າງໆຖືກທຳລາຍ ໃນການບຸກໂຈມຕີຂອງ ອິດສະລາແອັນ ເຂົ້າເຂດກາຊາ (ພາບ: THX/TTXVN)

ຕາມພະຍານທີ່ຢູ່ໃນເຫດການແລ້ວ, ລົດຖັງ ແລະ ທະຫານລາບ ອິດສະລາແອັນ ໄດ້ບຸກໂຈມຕີທາງທິດຕາເວັນອອກນະຄອນ ກາຊາ ຍິງຕຶກອາຄານຕ່າງໆໃນນະຄອນຢ່າງຮ້າຍແຮງ ແລະ ເຮັດໃຫ້ເກີດໄຟໄໝ້ຫຼາຍແຫ່ງ. ກອງທັບ ອິດສະລາແອັນ ຍັງບໍ່ທັນຍົກອອກຄຳເຫັນກ່ຽວກັບບັນດາການບຸກໂຈມຕີນີ້. ເຖິງຢ່າງໃດກໍ່ຕາມ, ໃນບັນດາການຖະແຫຼງຂ່າວໃນວັນທີ 3 ກັນຍາ, ການນຳລັດຖະບານ ແລະ ກອງທັບ ອິດສະລາແອັນ ສືບຕໍ່ຢັ້ງຢືນຈະຍູ້ແຮງບັ້ນບຸກໂຈມຕີເປີດກວ້າງເຂົ້າເຂດກາຊາ, ຍົກເວັ້ນກໍລະນີກຳລັງ ຮາມາດອອກມາຍອມຈຳນົນ, ປົດອາວຸດ ຫຼື ປ່ອຍຕົວປະກັນເປັນອິດສະຫຼະ.

This site is protected by reCAPTCHA and the Google Privacy Policy and Terms of Service apply.