ຂ່າວເດັ່ນ

ອິດ​ສະ​ລາ​ແອັນ ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເລັ່ງ​ໃສ່​ນະ​ຄອນຫຼວງ​ຂອງ​ລີ​ບັງ

ອິດ​ສະ​ລາ​ແອັນ ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເລັ່ງ​ໃສ່​ນະ​ຄອນຫຼວງ​ຂອງ​ລີ​ບັງ

(VOVWORLD) - ທ່ານ Tabatabai ແມ່ນສະມາຊິກຄະນະການນຳສູງສຸດຂອງ Hezbollah ທີ່ຖືກກອງທັບ ອິດສະລາແອັນ ເຂັ່ນຂ້ານັບແຕ່ເວລາຄຳສັ່ງຢຸດຍິງລະຫວ່າງສອງຝ່າຍມີຜົນສັກສິດເມື່ອເດືອນພະຈິກ 2024.

ຄວາມເຄັ່ງຕຶງຢູ່ລີບັງສືບຕໍ່ເພີ່ມຂຶ້ນທີ່ເປັນໜ້າວິຕົກກັງວົນເມື່ອ ກອງທັບອາກາດ ອິດສະລາແອັນ ປຸກລະດົມ ຫຼາຍການບຸກໂຈມຕີເລັ່ງໃສ່ລີບັງຕື່ມອີກ, ເຮັດໃຫ້ສະມາຊິກຂະບວນການອິດສະລາມ Hezbollah ຫຼາຍຄົນເສຍຊີວິດ, ໃນນັ້ນຜູ້ບັນຊາການທະຫານຂັ້ນສູງຄົນໜຶ່ງ. ຕອນຄ່ຳວັນທີ 23 ພະຈິກ, ຂະບວນການ Hezbollah ໄດ້ຢັ້ງຢືນສະມາຊິກ 5 ຄົນຂອງກຸ່ມນີ້, ໃນນັ້ນມີຜູ້ບັນຊາການທະຫານຂັ້ນສູງ Haytham Ali Tabatabai ຖືກເສຍຊີວິດໃນການເຫດບຸກໂຈມຕີທາງອາກາດຂອງ ອິດສະລາແອັນ ເລັ່ງໃສ່ເຂດຊານເມືອງນະຄອນຫຼວງ Beirut ຂອງລີບັງໃນວັນທີ 23 ພະຈິກ. ທ່ານ Tabatabai ແມ່ນສະມາຊິກຄະນະການນຳສູງສຸດຂອງ Hezbollah ທີ່ຖືກກອງທັບ ອິດສະລາແອັນ ເຂັ່ນຂ້ານັບແຕ່ເວລາຄຳສັ່ງຢຸດຍິງລະຫວ່າງສອງຝ່າຍມີຜົນສັກສິດເມື່ອເດືອນພະຈິກ 2024.

This site is protected by reCAPTCHA and the Google Privacy Policy and Terms of Service apply.