ຂ່າວເດັ່ນອິດສະລາແອັນ ອອກແຈ້ງການຫັນໄປສູ່ໄລຍະຕໍ່ໄປຂອງການປະທະກັນຢູ່ເຂດກາຊາ
ອິດສະລາແອັນ ອອກແຈ້ງການຫັນໄປສູ່ໄລຍະຕໍ່ໄປຂອງການປະທະກັນຢູ່ເຂດກາຊາ
ວັນຈັນ, 17:16, 18/08/2025
VOV5
(VOVWORLD) - ທ່ານພົນຕີ Eyal Zamir ຫົວໜ້າເສນາທິການ ກອງທັບ ອິດສະລາແອັນ ໃຫ້ຮູ້ວ່າ: ກອງທັບຈະຫັນໄປສູ່ໄລຍະຕໍ່ໄປໃນບັ້ນບຸກໂຈມຕີຕ້ານຂະບວນການອິດສະລາມ Hamas, ໃນນັ້ນສຸມໃສ່ເຂົ້ານະຄອນ ກາຊາ.
ກອງທັບອິດສະລາແອັນ (ພາບ: REUTERS/Amir Cohen) |
ວັນທີ 17 ສິງຫາ, ກ່າວຄຳເຫັນທີການຢ້ຽມຢາມຕົວຈິງຢູ່ເຂດກາຊາ, ທ່ານພົນຕີ Eyal Zamir ໃຫ້ຮູ້ວ່າຕາມແຜນການທີ່ໄດ້ຮັບການອະນຸມັດຜ່ານ, ກອງທັບ ອິດສະລາແອັນ ຈະຮັກສາທ່າຄືບໜ້າຂອງບັ້ນບຸກໂຈມຕີດ້ວຍຍານເກາະ ຂອງ Gideon ເຊິ່ງໄດ້ຮັບຖືວ່າແມ່ນການເລີ່ມປະຕິບັດແຕ່ເດືອນພຶດສະພາ, ພ້ອມທັງສຸມໃສ່ເຂົ້ານະຄອນກາຊາ. ທ່ານພົນຕີ Eyal Zamir ເນັ້ນໜັກວ່າ ເປົ້າໝາຍຂອງ ອິດສະລາແອັນແມ່ນເພື່ອເຮັດໃຫ້ Hamas ປະລາໄຊ.
Tag:VOV / VOVworld / Hamas / ອິດສະລາແອັນ / ເຂດກາຊາ