ຂ່າວເດັ່ນ

ອິດ​ສະ​ລາ​ແອັນ ສະ​ກັດ​ກັ້ນ​ກຳ​ປັ່ນ​ໜ​ູນ​ຊ່ວຍ ໃຫ້​ແກ່​ ກາ​ຊາ, ກັກຕົວ​ນັກ​ເຄື່ອນ​ໄຫວ​ສາ​ກົນຫຼາຍ​ຄົນ

ອິດ​ສະ​ລາ​ແອັນ ສະ​ກັດ​ກັ້ນ​ກຳ​ປັ່ນ​ໜ​ູນ​ຊ່ວຍ ໃຫ້​ແກ່​ ກາ​ຊາ, ກັກຕົວ​ນັກ​ເຄື່ອນ​ໄຫວ​ສາ​ກົນຫຼາຍ​ຄົນ

(VOVWORLD) - ນັກຮົບ ອິດສະລາແອັນ ໄດ້ບຸກໂຈມຕີແບບກະທັນຫັນໃສ່ກຳປັ່ນຢ່າງໜ້ອຍສຸດ 3 ລຳ, ກັກຕົວບັນດານັກເຄື່ອນໄຫວ ແລະ ພາເຂົາຂຶ້ນກຳປັ່ນຂອງກອງທັບເຮືອ ເພື່ອເຄື່ອນຍ້າຍເຂົ້າທຽບທ່າຂອງ ອິດສະລາແອັນ.

ພາບປະກອບ:  Global Sumud Flotilla/REUTERS

ວັນທີ 1 ຕຸລາ, ກະຊວງການຕ່າງປະເທດ ອິດສະລາແອັນ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ ກຳລັງກອງທັບເຮືອຂອງປະເທດນີ້ໄດ້ສະກັດກັ້ນກຳປັ່ນໜູນຊ່ວຍສາກົນ ສະໜັບສະໜູນເຂດກາຊາ ດ້ວຍຊື່ທີ່ວ່າ Global Sumud, ລວມມີພາຫະນະ 47 ລຳພ້ອມກັບນັກເຄື່ອນໄຫວສາກົນ ກ່ວາ 500 ຄົນ, ຢູ່ເຂດທະເລໃກ້ກັບເຂດກາຊາ. ນັກຮົບ ອິດສະລາແອັນ ໄດ້ບຸກໂຈມຕີແບບກະທັນຫັນໃສ່ກຳປັ່ນຢ່າງໜ້ອຍສຸດ 3 ລຳ, ກັກຕົວບັນດານັກເຄື່ອນໄຫວ ແລະ ພາເຂົາຂຶ້ນກຳປັ່ນຂອງກອງທັບເຮືອ ເພື່ອເຄື່ອນຍ້າຍເຂົ້າທຽບທ່າຂອງ ອິດສະລາແອັນ. ບັນດາຜູ້ຄົນນີ້ຈະຖືກເນລະເທດກັບເມືອປະເທດ. ໃນປະຕິກຳລິຍາສາກົນ ທຳອິດຕໍ່ເຫດການ, ກະຊວງການຕ່າງປະເທດ ຕວັກກີ ໄດ້ອອກຖະແຫຼງການກ່າວປະນາມຢ່າງແຮງຕໍ່ເລື່ອງກອງທັບເຮືອອິດສະລາແອັນ ໄດ້ສະກັດກັ້ນກຳປັ່ນໜູນຊ່ວຍສາກົນ ສະໜັບສະໜູນ ເຂດກາຊາ, ຖືນີ້ແມ່ນການກະທຳກໍ່ການຮ້າຍທີ່ອັນຕະລາຍ. ຖະແຫຼງການຂອງກະຊວງການຕ່າງປະເທດ ຕວັກກີ ກໍ່ຢັ້ງຢືນວ່າການກະທຳຂອງ ອິດສະລາແອັນ ແມ່ນລະເມີດກົດໝາຍສາກົນຢ່າງຮ້າຍແຮງ ແລະ ສ້າງການຂູ່ເຂັນທີ່ເປັນອັນຕະລາຍຕໍ່ຊີວິດອິນຊີຂອງ ສາມັນຊົນຜູ້ບໍລິສຸດ.


This site is protected by reCAPTCHA and the Google Privacy Policy and Terms of Service apply.