ຂ່າວເດັ່ນ

ອິດ​ສະ​ຣາ​ແອັ​ນ ປະ​ເຊີນ​ໜ້າ​ກັບ​ຄວາມ​ກົດ​ດັນ​ກ່ອນ​ການ​ຢ້ຽມ​ຢາມ​ເຂດ​ອ່າວ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ

ອິດ​ສະ​ຣາ​ແອັ​ນ ປະ​ເຊີນ​ໜ້າ​ກັບ​ຄວາມ​ກົດ​ດັນ​ກ່ອນ​ການ​ຢ້ຽມ​ຢາມ​ເຂດ​ອ່າວ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ

(VOVWORLD) - ຄາດວ່າ, ປະທານາທິບໍດີ ອາເມລິກາ Donald Trump ຈະໄປຢ້ຽມຢາມ Saudi Arabia, UAE ແລະ Qatar ແຕ່ວັນທີ 13-16 ພຶດສະພາ.

ບັນດາຕຶກອາຄານຖືກທຳລາຍຍ້ອນການປະທະກັນຢູ່ Jabalia, ເຂດ ກາຊາ (ພາບ: THX/TTXVN)

   ວັນທີ 30 ເມສາ, ຂະບວນການ ອິດສະລາມ ຮາມາສ ໃຫ້ຮູວ່າ ອິດສະຣາແອັນ ຈະຕ້ອງປະເຊີນໜ້າກັບຄວາມກົດດັນຈຳນວນໜຶ່ງ ເພື່ອບັນລຸໄດ້ຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ. ຂ່າວດັ່ງກ່າວໄດ້ຍົກອອກມາ ກ່ອນການຢ້ຽມຢາມເຂດອ່າວຂອງປະທານາທິບໍດີ ອາເມລິກາ Donald Trump ໃນໄລຍະຈະມາເຖິງ.

  ຄາດວ່າ,  ປະທານາທິບໍດີ ອາເມລິກາ Donald Trump ຈະໄປຢ້ຽມຢາມ Saudi Arabia, UAE ແລະ Qatar ແຕ່ວັນທີ 13-16 ພຶດສະພາ. ນີ້ຈະແມ່ນການໄປປະຕິບັດງານຕ່າງປະເທດຢ່າງເປັນທາງການຄັ້ງທຳອິດຂອງທ່ານ ໃນອາຍຸການປະທານາທິບໍດີ ອາເມລິກາ ຜູ້ທີ 47. ເຈົ້າໜ້າທີ່ບໍ່ຢາກເຜີຍຊື່ຂອງ ຮາມາສ ຖືວ່າ: ການໄປຢ້ຽມຢາມເຂດອ່າວທີ່ຈະມາເຖິງຂອງປະທານາທິບໍດີ Donald Trump ອາດຈະພາໄປເຖິງກຳລັງກົດດັນຈຳນວນໜຶ່ງສຳລັບ ອີດສະຣາແອັນ, ອາດຈະແມ່ນຄຳສັ່ງຢຸດຍິງສະບັບໜຶ່ງ ແລະ ສ້າງເງື່ອນໄຂໃຫ້ແກ່ການສະໜອງເຄື່ອງຊ່ວຍເຫຼືອມະນຸສະທຳໃຫ້ແກ່ ກາຊາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.