ຂ່າວເດັ່ນ

ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ​ເຂົ້າ​ເຂດ ກາ​ຊາ

ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ​ເຂົ້າ​ເຂດ ກາ​ຊາ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ສືບຕໍ່ເນັ້ນໜັກເຖິງຄວາມຈຳເປັນຕ້ອງປົດອາວຸດຂອງກຳລັງ ຮາມາສ ຢູ່ເຂດ ກາຊາ.

Smoke rises from the evacuated Al-Ghefari tower after it was hit by Israeli air strikes, in Gaza City, September 15, 2025. Photo: REUTERS/Dawoud Abu Alkas

   ຕອນຄ່ຳວັນທີ 15 ກັນຍາ, ທະຫານ ອິດສະຣາແອັນ ໄດ້ດຳເນີນການບຸກໂຈມຕີຢ່າງຮ້າຍແຮງ ເຂົ້ານະຄອນ ກາຊາ, ຕົວເມືອງທີ່ມີພົນລະເມືອງຫຼາຍກວ່າໝູ່ຢູ່ເຂດ ກາຊາ. ຕາບັນດາແຫຼ່ງຂ່າວ ປາແລັດສະຕິນ ແລະ ພາກພື້ນແລ້ວ, ທະຫານ ອິດສະຣາແອັນ ໄດ້ລະດົມທັງເຮືອບິນສູ້ຮົບ, ປືນໃຫ່ຍ ແລະ ເຮືອບິນບໍ່ມີຄົນຂັບ ບຸກເຂົ້ານະຄອນ ກາຊາ.

  ການບຸກໂຈມຕີຄັ້ງຫຼ້າສຸດຂອງ ກອງທັບ ອິດສະຣາແອັນ ເຂົ້າເຂດ ກາຊາ ໄດ້ດຳເນີນໄປໃນສະພາບການທີ່ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ພວມຢ້ຽມຢາມ ອິດສະຣາແອັນ ດ້ວຍຫົວເລື່ອງດຳເນີນງານຈຸດສຸມແມ່ນບັນດາບັນຫາກ່ຽວຂ້ອງເຖິງການສູ້ຮົບຢູ່ ກາຊາ. ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມກັບທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ສືບຕໍ່ເນັ້ນໜັກເຖິງຄວາມຈຳເປັນຕ້ອງປົດອາວຸດຂອງກຳລັງ ຮາມາສ ຢູ່ເຂດ ກາຊາ, ຖືວ່າ ນັ້ນແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອຮັບປະກັນໃຫ້ ປຊຊ ກາຊາ ມີສັນຕິພາບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.