ຂ່າວເດັ່ນ

ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ນະ​ຄອນຫຼວງ ເຕ​ເຮ​ຣານ ກົງ​ກັບ​ຈຸດ​ເວ​ລາ​ປີ​ໃໝ່ ເປີ​ເຊຍ

ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ນະ​ຄອນຫຼວງ ເຕ​ເຮ​ຣານ ກົງ​ກັບ​ຈຸດ​ເວ​ລາ​ປີ​ໃໝ່ ເປີ​ເຊຍ

(VOVWORLD) - ວັນທີ 20 ມີນາ, ອິດສະຣາແອັນ ໄດ້ດຳເນີນບັ້ນບຸກໂຈມຕີທາງອາກາດເລັ່ງໃສ່ນະຄອນຫຼວງ ເຕເຮຣານ ຂອງ ອີຣານ ກົງກັບໂອກາດປະຊາຊົນປະເທດນີ້ສະເຫຼີມສະຫຼອງປີໃໝ່ Nowruz.

ຕາມບັນດາແຫຼ່ງຂ່າວທ້ອງຖິ່ນແລ້ວ, ໃນຕອນເຊົ້າວັນທີ 20 ມີນາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນຫຼວງ ອີຣານ ຮັບຮູ້ມີຫຼາຍສຽງລະເບີດໃຫຍ່. ບັນດາເຫດບຸກໂຈມຕີໄດ້ດຳເນີນພາຍຫຼັງທີ່ ອິດສະຣາແອັນ ປະກາດຈະຢຸດຕິການບຸກໂຈມຕີທາງອາກາດເລັ່ງໃສ່ບໍ່ອາຍແກັດສຳຄັນຂອງ ອີຣານ ກ່ອນໜ້ານັ້ນ 01 ວັນ, ໃນຂະນະທີ່ ເຕເຮຣານ ເພີ່ມທະວີບັນດາບາດຄ້ອນໂຕ້ຕອບ ເລັ່ງໃສ່ຮາກຖານນ້ຳມັນອາຍແກັດຢູ່ເຂດອ່າວ.

        ກໍໃນຈຸດເວລາດຽວກັນ, ຢູ່ສະຫະລັດ ອາຣັບ ເອມມີເລດ (UAE), ລະບົບປ້ອງກັນອາກາດຂອງປະເທດນີ້ໄດ້ຕີສະກັດບັນດາເຄື່ອງບິນໃນທ້ອງຟ້າ ດູບາຍ ໃນຮຸ່ງເຊົ້າຂອງວັນດຽວກັນ, ພາໃຫ້ເກີດມີຫຼາຍສຽງລະເບີດໃຫຍ່.

        ກົງກັນຂ້າມ, ອີຣານ ສືບຕໍ່ບັນດາການບຸກໂຈມຕີດ້ວຍລູກສອນໄຟເລັ່ງໃສ່ ອິດສະຣາແອັນ.  

This site is protected by reCAPTCHA and the Google Privacy Policy and Terms of Service apply.