ຂ່າວເດັ່ນ

ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີເຂົ້າ​ນະ​ຄອນ ກາ​ຊາ ຢ່າງ​ຮ້າຍ​ແຮງ

ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີເຂົ້າ​ນະ​ຄອນ ກາ​ຊາ ຢ່າງ​ຮ້າຍ​ແຮງ

(VOVWORLD) - ບັນດາບັ້ນບຸກໂຈມຕີຂອງ ອີດສະໜາແອັນ ເລັ່ງໃສ່ເຂດ ກາຊາ ໃນວັນທີ 26 ກັນຍາ ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີ 58 ຄົນເສຍຊີວິດ ແລະ ປະມານ 200 ຄົນຖືກບາດເຈັບ.

(ພາບ: THX/TTXVN)

     ວັນທີ 26 ກັນຍາ, ທະຫານ ອິດສະຣາແອັນ ສືບຕໍ່ດຳເນີນຫຼາຍບັ້ນບຸກໂຈມຕີອັນຮ້າຍແຮງເລັ່ງໃສ່ນະຄອນ ກາຊາ ຊື່ງສະແດງໃຫ້ເຫັນຄວາມຕິດສິນໃຈຢາກຍຶດຄອງຕົວເມືອງໃຫ່ຍກ່ວາໝູ່ຂອງຊາວ ປາແລັດສະຕິນ ຢູ່ເຂດ ກາຊາ ໂດຍບໍ່ຫົວຊາຕໍ່ຄຳກ່າວເຕືອນ ແລະ ການປະຕິເສດຢ່າງຂ້ຽວຂາດຈາກປະຊາຄົມໂລກ.

  ປືນໃຫ່ຍ ແລະ ກອງທັບອາກາດ ອິກສະຣາແອັນ ໄດ້ຍິງຢ່າງຂ້ຽວຂາດເລັ່ງໃສ່ເຮືອນນັບສິບຫຼັງຂອງຊາວ ປາແລັດສະຕິນ ຢູ່ເມືອງຕ່າງໆນອນເລິກໃນນະຄອນ ກາຊາ ກໍ່ຄື ຫຼາຍແຫ່ງອື່ນໃນທົ່ວເຂດ ກາຊາ. ແຫຼ່ງຂ່າວຈຳນວນໜຶ່ງຂອງ ອາຣັບ ຢືນຢັນວ່າ: ບັນດາບັ້ນບຸກໂຈມຕີຂອງ ອີດສະໜາແອັນ ເລັ່ງໃສ່ເຂດ ກາຊາ ໃນວັນທີ 26 ກັນຍາ ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີ 58 ຄົນເສຍຊີວິດ ແລະ ປະມານ 200 ຄົນຖືກບາດເຈັບ, ສ່ວນຫຼາຍແມ່ນສາມັນຊົນ, ໃນນັ້ນມີເດັກນ້ອຍ ແລະ ແມ່ຍິງຫຼາຍຄົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.