ຂ່າວເດັ່ນ

ອິດ​ສະ​ຣາ​ແອັນ ດຳ​ເນີນການທຸບ​ມ້າງ​ໃຫຍ່​ສຸດ​ຢູ່ Jerusalem ຕາ​ເວັນ​ອອກ ໃນ​ປີ 2025

ອິດ​ສະ​ຣາ​ແອັນ ດຳ​ເນີນການທຸບ​ມ້າງ​ໃຫຍ່​ສຸດ​ຢູ່ Jerusalem ຕາ​ເວັນ​ອອກ ໃນ​ປີ 2025

(VOVWORLD) - ວັນທີ 22 ທັນວາ, ກຳລັງເຈົ້າໜ້າທີ່ ອິດສະຣາແອັນ ໄດ້ດຳເນີນການທຸບມ້າງຕຶກອາຄານ 4 ຊັ້ນຂອງຊຸມຊົນ ຢູ່ເຂດ Jerusalem ຕາເວັນອອກ. ຕຶກອາຄານທີ່ຖືກທັບມ້າງນັ້ນ ລວມມີຄອນໂດ 12 ຫ້ອງ, ເຊິ່ງເປັນບ່ອນດຳລົງຊີວິດຂອງປະມານ 100 ຄົນ, ໃນນັ້ນມີແມ່ຍິງ, ເດັກນ້ອຍ ແລະ ຜູ້ເຖົ້າຫຼາຍຄົນ.

ກຳລັງເຈົ້າໜ້າທີ່ ອິດສະຣາແອັນ ໄດ້ດຳເນີນການທຸບມ້າງຕຶກອາຄານ 4 ຊັ້ນຂອງຊຸມຊົນ ຢູ່ເຂດ Jerusalem ຕາເວັນອອກ, ວັນທີ 22 ທັນວາ (ພາບ:  REUTERS/Ammar Awad)

ອຳນາດການປົກຄອງນະຄອນ Jerusalem ໃຫ້ຮູ້ວ່າ: ການທຸບມ້າງໄດ້ປະຕິບັດຕາມຄຳສັ່ງຂອງສານ ນັບແຕ່ປີ 2014 ແລະ ເຂດດິນດັ່ງກ່າວ ຖືກວາງແຜນຜັງເພື່ອຈຸດປະສົງບັນເທິງ, ກິລາ ແລະ ພື້ນຖານໂຄງລ່າງສາທາລະນະ, ບໍ່ແມ່ນເຂດດິນເພື່ອກໍ່ສ້າງເຮືອນຢູ່. ຝ່າຍ ອິດສະຣາແອັນ ຢັ້ງຢືນວ່າ ນີ້ແມ່ນມາດຕະການທີ່ຈຳເປັນເພື່ອແກ້ໄຂບັນດາກິດຈະກຳກໍ່ສ້າງຜິດກົດໝາຍ. ເຖິງຢ່າງໃດກໍຕາມ, ບັນດາອົງການຈັດຕັ້ງສິດທິມະນຸດ ແລະ ຊຸມຊົນທ້ອງຖິ່ນພັດປະຕິເສດຕໍ່ອ້າງເຫດຜົນດັ່ງກ່າວ. ບັນດານັກເຄື່ອນໄຫວຖືວ່າ ຊາວ ປາແລັດສະຕິນ ເກືອບຄືວ່າບໍ່ສາມາດຂໍໃບອະນຸຍາດກໍ່ສ້າງໄດ້ ຍ້ອນບັນດານະໂຍບາຍວາງແຜນຜັງຈໍາກັດຂອງ ອິດສະຣາແອັນ. ອຳນາດການປົກຄອງ ປາແລັດສະຕິນ ຢູ່ Ramallah ຕຳໜິຕິຕຽນວ່າ ນີ້ແມ່ນ “ນະໂຍບາຍແນໃສ່ບັງຄັບຊຸມຊົນຢູ່ທີ່ນີ້ຕ້ອງຍົກຍ້າຍໄປ”.

ກໍໃນວັນດຽວກັນ, ກອງທັບ ອິດສະຣາແອັນ ສືບຕໍ່ບຸກໂຈມຕີເຂົ້າເຂດໃກ້ກັບນະຄອນທະເລ Sidon, ພາກມໃຕ້ ລີບັງ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 3 ຄົນ. ນັກຊ່ຽວຊານ ແລະ ນັກວິເຄາະຫຼາຍທ່ານໃນພາກພື້ນມີຄວາມວິຕົກກັງວົນຕໍ່ເລື່ອງ ອິດສະຣາແອັນ ອາດຈະເປີດບັ້ນຕໍ່ສູ້ເລັ່ງໃສ່ ລີບັງ ໃນໄລຍະຈະມາເຖິງ ເພື່ອປາບປາມ ເຮັກໂບລາ.

ບາທີ, ນັກຂ່າວ VOV ປະຈຳ ອີຢິບ


 

This site is protected by reCAPTCHA and the Google Privacy Policy and Terms of Service apply.