ຂ່າວເດັ່ນ

ອິດ​ສະ​ຣາ​ແອັນ ແລະ ຮາ​ມາ​ດ​ສ ມີ​ປະ​ຕິ​ກິ​ລິ​ຍາ​ກົງ​ກັນ​ຂ້າມ​ກ່ຽວ​ກັ​ບ​ຂໍ້​ສະ​ເໜີ​ຢຸດ​ຍິງ​ໃໝ່​ຂອງ ອາ​ເມ​ລິ​ກາ

ອິດ​ສະ​ຣາ​ແອັນ ແລະ ຮາ​ມາ​ດ​ສ ມີ​ປະ​ຕິ​ກິ​ລິ​ຍາ​ກົງ​ກັນ​ຂ້າມ​ກ່ຽວ​ກັ​ບ​ຂໍ້​ສະ​ເໜີ​ຢຸດ​ຍິງ​ໃໝ່​ຂອງ ອາ​ເມ​ລິ​ກາ

(VOVWORLD) - ລັດຖະບານອິດສະຣາແອັນ ໄດ້ໃຫ້ອະນຸມັດຂໍ້ສະເໜີຢຸດຍິງຫຼ້າສຸດຂອງ ອາເມລິກາ ຢູ່ເຂດ ກາຊາ ແລະ ໄດ້ປະກາດໄປຍັງບັນດາຄອບຄົວທີ່ມີພີ່ນ້ອງພວມຖືກກຳລັງ ຮາມາດສ ກັກຂັງຢູ່ເຂດ ກາຊາ.

ສະພາບການຢູ່ Khan Younis, ເຂດ Gaza ຫຼັງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ (ພາບ:  REUTERS/Mohammed Salem)

 ວັນທີ 29 ພຶດສະພາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຢັ້ງຢືນວ່າລັດຖະບານຂອງທ່ານໄດ້ໃຫ້ອະນຸມັດຂໍ້ສະເໜີຢຸດຍິງຫຼ້າສຸດຂອງ ອາເມລິກາ ຢູ່ເຂດ ກາຊາ ແລະ ໄດ້ປະກາດໄປຍັງບັນດາຄອບຄົວທີ່ມີພີ່ນ້ອງພວມຖືກກຳລັງ ຮາມາດສ ກັກຂັງຢູ່ເຂດ ກາຊາ.

ກໍໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ແລະ ທ່ານ Steve Witkoff ທູດພິເສດຮັບຜິດຊອບພາກພື້ນຕາເວັນອອກກາງ ໄດ້ສົ່ງຂໍ້ສະເໜີເຖິງຝ່າຍ ຮາມາດສ ພາຍຫຼັງໄດ້ຮັບຄວາມເຫັນດີເຫັນພ້ອມຈາກຝ່າຍ ອິດສະຣາແອັນ. ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ຂັ້ນສູງຂອງ ຮາມາດສ, ທ່ານ Bassem Naim ໄດ້ເນັ້ນໜັກວ່າ ຂໍ້ສະເໜີຂອງທ່ານ Steve Witkoff ບໍ່ຕອບສະໜອງໄດ້ບໍ່ວ່າຄຳຮຽກຮ້ອງໃດຂອງຊາວ ປາແລັດສະຕິນ. ດັ່ງນັ້ນ, ຮາມາດສ ຕ້ອງຄົ້ນຄວ້າຕື່ມກ່ຽວກັບເອກະສານນີ້ ກ່ອນທີ່ໄດ້ຍົກອອກມາໃນຂໍ້ຕົກລົງສຸດທ້າຍ. ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 29 ພຶດສະພາ, ຊ່ອງໂທລະພາບ Al Aqsa ຂອງ ຮາມາດສ ໄດ້ປະຕິເສດຂໍ້ມູນທີ່ເວົ້າວ່າ ກຸ່ມນີ້ໄດ້ຍອມຮັບຂໍ້ສະເໜີຢຸດຍິງໃໝ່ຂອງທູດພິເສດ ອາເມລິກາ.

ນັກຂ່າວ VOV ປະຈຳ ອີຢິບ

This site is protected by reCAPTCHA and the Google Privacy Policy and Terms of Service apply.