ຂ່າວເດັ່ນ

ອິດ​ສະ​ຣາ​ແອັນ ແລະ ອີ​ຣານ ພ້ອມ​ກັນ​ປະ​ກາດ​ໄຊ​ຊະ​ນະ; ຄຳ​ສັ່ງ​ຢຸດ​ຍິງ​ໄດ້​ຮັບ​ການ​ປະ​ຕິ​ບັດ

ອິດ​ສະ​ຣາ​ແອັນ ແລະ ອີ​ຣານ ພ້ອມ​ກັນ​ປະ​ກາດ​ໄຊ​ຊະ​ນະ; ຄຳ​ສັ່ງ​ຢຸດ​ຍິງ​ໄດ້​ຮັບ​ການ​ປະ​ຕິ​ບັດ

(VOVWORLD) - ຕອນຄ່ຳວັນທີ 24 ມິຖຸນາ, ຄຳສັ່ງຢຸດຍິງລະຫວ່າງ ອິດສະຣາແອັນ ແລະ ອີຣານ ສືບຕໍ່ໄດ້ຮັບການປະຕິບັດຢ່າງເຂັ້ມງວດ. ທັງສອງຝ່າຍ ລ້ວນແຕ່ບໍ່ກ່າວຫາລະເມີດຄຳສັ່ງຢຸດຍິງຂອງກັນ.

ໃນການປະກາດໃນຕອນຄ່ຳທີ 23 ມິຖຸນານີ້, ເຊິ່ງເປັນການປະກາດທຳອິດພາຍຫຼັງທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດຄຳສັ່ງຢຸດຍິງລະຫວ່າງ ອິດສະຣາແອັນ ແລະ ອີຣານ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຢັ້ງຢືນວ່າ ອິດສະຣາແອັນ ຍາດໄດ້ໄຊຊະນະຄັ້ງປະຫວັດສາດໃນການສູ້ຢັນກັນດ້ານການທະຫານກັບ ອີຣານ ຢ່າງດຸເດືອດ ໃນ 12 ວັນ ແລະ ຄືນ. ຜູ້ນຳລັດຖະບານ ອິດສະຣາແອັນ ສືບຕໍ່ຢ້ຳຄືນທັດສະນະບໍ່ອະນຸຍາດໃຫ້ ອີຣານ ມີອາວຸດນິວເຄຼຍ, ພ້ອມທັງກ່າວເຕືອນວ່າ ຈະມີການກະທຳຢ່າງແຮງແບບທີ່ເຄີຍເຮັດ ຖ້າຫາກວ່າ ເຕເຮຣານ ຊອກຫາວິທີຟື້ນຟູໂຄງການນິວເຄຼຍ.

        ກໍໃນຕອນຄ່ຳຂອງວັນດຽວກັນ, ວົງການເຈົ້າໜ້າທີ່ ອິດສະຣາແອັນ ໄດ້ປະກາດຟື້ນຟູການເຄື່ອນໄຫວຂອງສະໜາມບິນ Ben Gurion, ທ່າອາກາດສະຍານສາກົນໃຫຍ່ສຸດຂອງ ອິດສະຣາແອັນ ຄືນໃໝ່ຢ່າງຄົບຖ້ວນ. ຕາມນັ້ນແລ້ວ, ຄຳສັ່ງຈຳກັດກ່ຽວກັບຈຳນວນຜູ້ໂດຍສານໃນຖ້ຽວບິນໄປ - ມາ ສະໜາມບິນນີ້ ກໍຖືກຍົກເລີກ. ບັນດາຮ້ານຂາຍເຄື່ອງຢູ່ສະໜາມບິນທີ່ໄດ້ຍົກເວັ້ນພາສີ ກໍໄດ້ຮັບການເປີດປະຕູຄືນໃໝ່.

        ໃນຂະນະນັ້ນ ຢູ່ ອີຣານ, ທ່ານປະທານາທິບໍດີ Masoud Pezeshkian ກໍປະກາດວ່າ ອີຣານ ໄດ້ຮັບໄຊຊະນະຄັ້ງປະຫວັດສາດ ແລະ ສິ້ນສຸດສົງຄາມ 12 ວັນ ໂດຍ ອິດສະຣາແອັນ ລິເລີ່ມ.

ນັກຂ່າວ VOV ປະຈຳ ອີຢິບ


This site is protected by reCAPTCHA and the Google Privacy Policy and Terms of Service apply.