ຂ່າວເດັ່ນ

ອິດ​ສະ​ຣາ​ແອັນ ແລະ ອີ​ຣານ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ເລິກ​ເຂົ້າ​ດິນ​ແດນ​ຂອງ​ກັນ

ອິດ​ສະ​ຣາ​ແອັນ ແລະ ອີ​ຣານ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ເລິກ​ເຂົ້າ​ດິນ​ແດນ​ຂອງ​ກັນ

(VOVWORLD) - ນັບແຕ່ຕົ້ນບັ້ນບຸກໂຈມຕີໃນຮຸ່ງເຊົ້າວັນທີ 13 ມິຖຸນາ, ອິດສະຣາແອັນ ໄດ້ທຳລາຍ 40% ຈຳນວນລູກສອນໄຟຂອງ ອີຣານ ແລະ ກວ່າ 70 ລະບົບປ້ອງກັນອາກາດ. ນະຄອນຫຼວງ ເຕເຮຣານ ແມ່ນໜຶ່ງໃນບັນດາເຂດທີ່ຖືກເຮືອບິນສູ້ຮົບ ອິດສະຣາແອັນ ບຸກໂຈມຕີຫຼາຍທີ່ສຸດ.

ຕອນກາງຄືນວັນທີ 17 ມິຖຸນາ, ເຊິ່ງເປັນມື້ທີ 5 ໃນບັ້ນຊີງໂຈມຕີກ່ອນ, ກຳລັງປ້ອງກັນຕົວອິດສະຣາແອັນ (IDF) ໃຫ້ຮູ້ວ່າ ກອງທັບປະເທດນີ້ໄດ້ດຳເນີນບັ້ນບຸກໂຈມຕີເປີດກວ້າງເຂົ້າເຂດດິນແດນຂອງ ອີຣານ. ເຮືອບິນສູ້ຮົບ 60 ລຳຂອງ ອິດສະຣາແອັນ ໄດ້ບຸກໂຈມຕີເຂົ້າບັນດາຖານຍິງລູກສອນໄຟນຳວິຖີ ເຊິ່ງ ອີຣານ ນຳໃຊ້ໃນບັນດາບັ້ນບຸກໂຈມຕີເຂົ້າ ອິດສະຣາແອັນ. ນັບແຕ່ຕົ້ນບັ້ນບຸກໂຈມຕີໃນຮຸ່ງເຊົ້າວັນທີ 13 ມິຖຸນາ, ອິດສະຣາແອັນ ໄດ້ທຳລາຍ 40% ຈຳນວນລູກສອນໄຟຂອງ ອີຣານ ແລະ ກວ່າ 70 ລະບົບປ້ອງກັນອາກາດ. ນະຄອນຫຼວງ ເຕເຮຣານ ແມ່ນໜຶ່ງໃນບັນດາເຂດທີ່ຖືກເຮືອບິນສູ້ຮົບ ອິດສະຣາແອັນ ບຸກໂຈມຕີຫຼາຍທີ່ສຸດ.

        ສຳລັບຝ່າຍ ອີຣານ, ກຳລັງທະຫານພິທັກປະຕິວັດອິດສະລາມຂອງປະເທດນີ້ (IRGC) ຖະແຫຼງວ່າ ໄດ້ດຳເນີນບັ້ນບຸກໂຈມຕີຍິງລູກສອນໄຟນຳວິຖີຖືກຫຼາຍເປົ້າໝາຍຍຸດທະສາດຂອງ ອິດສະຣາແອັນ, ໃນນັ້ນ ມີສຳນັກງານອົງການສືບລາຊະການລັບກອງທັບ ຂຶ້ນກັບກະຊວງປ້ອງກັນປະເທດ ອິດສະຣາແອັນ, ຢູ່ Tel Aviv. ກອງທັບ ອິດສະຣາແອັນ ຢັ້ງຢືນວ່າ ອີຣານ ໄດ້ຍິງລູກສອນໄຟນຳວິຖີເປັນຈຳນວນຫຼາຍເຂົ້າໃສ່ບັນດານະຄອນຂອງ ອິດສະຣາແອັນ, ໃນນັ້ນ ມີ Tel Aviv ແລະ ນະຄອນທ່າກ່ຳປັ່ນ Haifa. ບັນດາບັ້ນບຸກໂຈມຕີຂອງ ອີຣານ ໄດ້ກໍ່ຜົນເສຍຫາຍກ່ຽວກັບພື້ນຖານໂຄງລ່າງຢ່າງໜັກໜ່ວງ ແລະ ມີສາມັນຊົນຫຼາຍຄົນຖືກບາດເຈັບ.

        ຕໍ່ໜ້າສະພາບການນີ້, ຫຼາຍປະເທດໄດ້ຮຽກຫ້ອງໃຫ້ພົນລະເມືອງຍົກຍ້າຍອອກຈາກ ອິດສະຣາແອັນ ແລະ ອີຣານ ໄປຍັງບ່ອນປອດໄພ.

ບ໊າທີ - ນັກຂ່າວ VOV ປະຈຳ ອີຢິບ

This site is protected by reCAPTCHA and the Google Privacy Policy and Terms of Service apply.