ຂ່າວເດັ່ນ

ອິດ​ສະ​ຣາ​ແອັນ ກ່າວ​ເຕືອນ ຜັນ​ຂະ​ຫຍາຍ “ກຳ​ລັງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ” ຢູ່​ເຂດ ກາ​ຊາ

ອິດ​ສະ​ຣາ​ແອັນ ກ່າວ​ເຕືອນ ຜັນ​ຂະ​ຫຍາຍ “ກຳ​ລັງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ” ຢູ່​ເຂດ ກາ​ຊາ

(VOVWORLD) - ກອງທັບ ອິດສະຣາແອັນ ສືບຕໍ່ປຸກລະດົມບັນດາບັ້ນບຸກໂຈມຕີຢ່າງດຸເດືອດເຂົ້າປະເທດບ້ານໃກ້ເຮືອນຄຽງ ລີບັງ, ແນໃສ່ເປົ້າໝາຍແມ່ນບັນດາປະເທດສະມາຊິກ ຂະບວນການ ເຮັກໂບລາ.

ທະຫານ ອິດສະຣາແອັນ ເຂົ້າຮ່ວມບັ້ນການທະຫານຢູ່ນະຄອນ Khan Yunis ເຂດ ກາຊາ (ພາບ: TTXVN)

ໃນບົດຂຽນດ້ວຍພາສາ ອາຣັບ  ທີ່ໄດ້ເອົາລົງໃນສື່ສັງຄົມ X ໃນວັນທີ 19 ກັນຍາ, ໂຄສົກກອງທັບ ອິດສະຣາແອັນ, ທ່ານພັນເອກ Avichay Adraee ໄດ້ແຈ້ງໃຫ້ຊາບວ່າ ກຳລັງປ້ອງກັນ ອິດສະຣາແອັນ (IDF) ຈະສືບຕໍ່ຜັນຂະຫຍາຍກຳລັງດ້ວຍຂອບຂະໜາດ “ແບບບໍ່ເຄີຍມີມາກ່ອນ” ຕ້ານຄືນຂະບວນການອິດສະຣາມ ຮາມາດສ. ທ່ານ Avichay Adraee ຮຽກຮ້ອງໃຫ້ປະຊາຊົນໃນເຂດຈົ່ງຍົກຮ້າຍໄປຍັງທາງທິດໃຕ້  ຕາມ ແຄມທະເລ Al-Rashid.

        ໃນຂະນະນັ້ນ, ວັນທີ 19 ກັນຍາ, ກອງທັບ ອິດສະຣາແອັນ ສືບຕໍ່ປຸກລະດົມບັນດາບັ້ນບຸກໂຈມຕີຢ່າງດຸເດືອດເຂົ້າປະເທດບ້ານໃກ້ເຮືອນຄຽງ ລີບັງ, ແນໃສ່ເປົ້າໝາຍແມ່ນບັນດາປະເທດສະມາຊິກ ຂະບວນການ ເຮັກໂບລາ. ກະຊວງສາທາລະນະສຸກ ລີບັງ ໃຫ້ຮູ້ວ່າ ຢ່າງໜ້ອຍສຸດມີ 2 ຄົນເສຍຊີວິດ ແລະ ຜູ້ຮັບບາດເຈັບ 11 ຄົນ ໃນບັນດາບຸກໂຈມຕີຂອງກອງທັບອາກາດ ອິດສະຣາແອັນ. ກຳລັງປ້ອງກັນຕົວ ອິດສະຣາແອັນ ໃຫ້ຮູ້ວ່າ ໃນຕອນເຊົ້າຂອງວັນດຽວກັນ, ກອງທັບເຮືອ ອິດສະຣາແອັນ ໄດ້ບຸກໂຈມຕີໃສກ່ຳປັ່ນລຳໜຶ່ງຂອງ ເຮັກໂບລາຢູ່ເຂດທະເລທາງທິດໃຕ້ ລີບັງ, ດ້ວຍຄຳກ່າວຫາວ່າ ເປັນຍານພາຫະນະຂອງ ເຮັກໂບລາ ພວມປະຕິບັດການກະທຳສືບແນມກຳລັງ ອິດສະຣາແອັນ, ລະເມີດຄຳສັ່ງຢຸດຍິງທີ່ພວມມີຜົນສັກສິດຢູ່ ລີບັງ.


This site is protected by reCAPTCHA and the Google Privacy Policy and Terms of Service apply.