ຂ່າວເດັ່ນ

ອິດ​ສະ​ຣາ​ແອັນ ຍູ້​ແຮງ​ການ​ບຸກ​ໂຈມ​ຕີ​ເຂົ້າ​ເຂດ ກາ​ຊາ

ອິດ​ສະ​ຣາ​ແອັນ ຍູ້​ແຮງ​ການ​ບຸກ​ໂຈມ​ຕີ​ເຂົ້າ​ເຂດ ກາ​ຊາ

(VOVWORLD) - ກອງທັບ ອິດສະຣາແອັນ ສືບຕໍ່ຍູ້ແຮງການບຸກໂຈມຕີເຂົ້າເຂດ ກາຊາ, ເຮັດໃຫ້ຊາວ ປາແລັດສະຕິນ ຫຼາຍຄົນຮັບບາດເຈັບຢ່າງຮ້າຍແຮງ.

ສະພາບການພັງທະລາຍຢູ່ເຂດ ກາຊາ ໃນວັນທີ 22 ກໍລະກົດ 2025 (ພາບ: REUTERS/Amir Cohen)

ວັນທີ 22 ກໍລະກົດ, ໂດຍບໍ່ຫົວຊາຕໍ່ການກ່າວເຕືອນ ແລະ ຄຳຮຽກຮ້ອງຂອງສາກົນ, ກອງທັບ ອິດສະຣາແອັນ ສືບຕໍ່ຍູ້ແຮງການບຸກໂຈມຕີເຂົ້າເຂດ ກາຊາ, ເຮັດໃຫ້ຊາວ ປາແລັດສະຕິນ ຫຼາຍຄົນຮັບບາດເຈັບຢ່າງຮ້າຍແຮງ. ໄປຄຽງຄູ່ກັນນັ້ນ, ກອງທັບ ອິດສະຣາແອັນ ຍັງຮັກສາການຄວບຄຸມການເຄື່ອນໄຫວຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳເຂົ້າເຂດ ກາຊາ ຢ່າງແໜ້ນແຟ້ນ, ເຮັດໃຫ້ສະພາບການມະນຸດສະທຳຢູ່ທີ່ນີ້ນັບມື້ນັບຮ້າຍແຮງຂຶ້ນຕື່ມ.

        ບົດລາຍງາຍຫຼ້າສຸດຂອງສື່ມວນຊົນ ປາແລັດສະຕິນ ໃຫ້ຮູ້ວ່າ, ຫາກໍ່ມີຜູ້ເສຍຊີວິດຕື່ມອີກ 8 ຄົນ ໃນບັ້ນບຸກໂຈມຕີທາງອາກາດຂອງກອງທັບ ອິດສະຣາແອັນ ໃສ່ເຮືອນຫຼັງໜຶ່ງຢູ່ເຂດທາງທິດຕາເວັນຕົກສຽງເໜືອເຂດ ກາຊາ ໃນຄ່ຳຄືນວັນທີ 22 ກໍລະກົດ.

        ກ່ອນໜ້ານັ້ນ, ສື່ມວນຊົນ ປາແລັດສະຕິນ ແລະ ພາກພື້ນ ກໍຢັ້ງຢືນມີຜູ້ເສຍຊີວິດ 15 ຄົນ ໃນບັ້ນບຸກໂຈມຕີເມື່ອວັນທີ 22 ກໍລະກົດ ຂອງ ອິດສະຣາແອັນ ເຂົ້າຫຼາຍຂົງເຂດທີ່ແຕກຕ່າງກັນໃນທົ່ວເຂດ ກາຊາ.

ນັກຂ່າວ VOV ປະຈຳ ອີຢິບ

This site is protected by reCAPTCHA and the Google Privacy Policy and Terms of Service apply.