ຂ່າວເດັ່ນ

ອິດ​ສະ​ຣາ​ແອັນ ຍູ້​ແຮງ​ການ​ບຸກ​ໂຈມ​ຕີ​ເຂົ້າ​ເຂດ ກາ​ຊາ

ອິດ​ສະ​ຣາ​ແອັນ ຍູ້​ແຮງ​ການ​ບຸກ​ໂຈມ​ຕີ​ເຂົ້າ​ເຂດ ກາ​ຊາ

(VOVWORLD) - ກອງທັບອາກາດ ອິດສະຣາແອັນ ໄດ້ດຳເນີນ ການບຸກໂຈມຕີຫຼາຍຄັ້ງເຂົ້ານະຄອນ Homs ທາງພາກກາງ, ນະຄອນແຄມທະເລ Latakia ແລະ ນະຄອນປະຫວັດສາດ Palmyra, Syria.

Smoke rises as a residential building collapses after an Israeli air strike, in Gaza City, September 8, 2025. Photo: REUTERS/Dawoud Abu Alkas

     ວັນທີ  8 ກັນຍາ,  ອົງການປ້ອງກັນພົນລະເຮືອນ ກາຊາ ໃຫ້ຮູ້ວ່າ: ກອງທັບ ອິດສະຣາແອັນ ສືບຕໍ່ດຳເນີນການບຸກໂຈມຕີຫຼາຍຄັ້ງ ຊື່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດກ່ວາ 40 ຄົນ, ເກືອບ 300 ຄົນຖືກບາດເຈັບ ແລະ ທຳລາຍຕຶກອາຄານສູງຫຼາຍຫຼັງ. ໃນວັນດຽວກັນ, ອົງການສາທາລະນະສຸກ ກາຊາ ແຈ້ງວ່າ ໄດ້ຮັບຮູ້ມີຄົນເສຍຊີວິດຍ້ອນອຶດຫິວຢູ່ເຂດ ກາຊາ ຕື່ມອີກ 6 ຄົນ, ຍົກຈຳນວນຜູ້ເສຍຊີວິດຍ້ອນອຶດຫິວຢູ່ ກາຊາ ນັບແຕ່ຕົ້ນໄລຍະເກີດການປະທະກັນຂຶ້ນເປັນ 393 ຄົນ.

   ແລະ ກໍ່ໃນວັນດຽວກັນ, ກອງທັບອາກາດ ອິດສະຣາແອັນ ໄດ້ດຳເນີນ ການບຸກໂຈມຕີຫຼາຍຄັ້ງເຂົ້ານະຄອນ Homs ທາງພາກກາງ, ນະຄອນແຄມທະເລ Latakia ແລະ ນະຄອນປະຫວັດສາດ Palmyra, Syria.  ຄວາມເສຍຫາຍ ແລະ ບາດເຈັບລົົ້ມຕາຍທີ່ເກີດຈາກເຫດບຸກໂຈມຕີດັ່ງກ່າວ ຍັງບໍ່ທັນໄດ້ປະກາດເທື່ອ.

  ກ່ຽວຂ້ອງເຖິງເຫດບຸກໂຈມຕີດ້ວຍປືນຢູ່ປ້າຍລົດເມຢູ່ ເມື່ອວັນທີ 8 ກັນຍາ ທີ່ເຮັດໃຫ້ມີເສຍຊີວິດ ຢ່າງໜ້ອຍສຸດ 6 ຄົນ ແລະ ນັບພັນຄົນຖືກບາດເຈັບນັ້ນ, ອີຢູ, ອາເມລິກາ, ຝະລັ່ງ, UAE… ປະກາດວ່າ ເຫດການສະແດງໃຫ້ເຫັນຄວາມຈຳເປັນຕ້ອງມີຄຳສັ່ງຢຸດຍິງ; ຮຽກຮ້ອງຢຸດຕິການໃຊ້ຄວາມຮຸນແຮງ ພ້ອມທັງຢືນຢັນວ່າ: ມີພຽງແຕ່ມາດຕະການດ້ານການເມືອງເທົ່ານັ້ນ ຈຶ່ງຈະສາມາດນຳມາເຊິ່ງສັນຕິພາບ ແລະ ສະຖຽນລະພາບໄດ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.