ຂ່າວເດັ່ນ

ອິດ​ສະ​ຣາ​ແອັນ ຊັ່ງ​ຊາ​ເລື່ອງ​​ຍຶດ​ຄອງ​ເຂດ ກາ​ຊາ ທັງ​ໝົດ

ອິດ​ສະ​ຣາ​ແອັນ ຊັ່ງ​ຊາ​ເລື່ອງ​​ຍຶດ​ຄອງ​ເຂດ ກາ​ຊາ ທັງ​ໝົດ

(VOVWORLD) - ປະຈຸບັນ, ກຳລັງປ້ອງກັນ ອິດສະຣາແອັນ ພວມຄວບຄຸມປະມານ 75% ເຂດ ກາຊາ...

(ພາບ: REUTERS/Ronen Zvulun)

    ວັນທີ 4 ສິງຫາ, ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ  ໄດ້ເຕື້ອງເຖິງ ເລື່ອງຊັ່ງຊາການຍຶດຄອງເຂດ ກາຊາ ທັງໝົດ ລວມທັງເຂດທີ່ຖືກຖືວ່າ ແມ່ນບ່ອນ ຮາມາດສ ພວມກັກຕົວປະກັນ ອິດສະຣາແອັນ. ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ໃຫ້ຮູ້ວ່າ, ທ່ານຈະຈັດການປະຊຸມລັດຖະບານໃນອາທິດນີ້ ເພື່ອຕັດສິນວິທິການດຳເນີນການສູ້ຮົບຢູ່ເຂດ ກາຊາ.

  ປະຈຸບັນ, ກຳລັງປ້ອງກັນ ອິດສະຣາແອັນ ພວມຄວບຄຸມປະມານ 75% ເຂດ ກາຊາ, ແຕ່ວ່າ ເຂົາເຈົ້າໄດ້ສະແດງທັດສະນະຄັດຄ້ານການເປີດກ້ວາງການຍຶດຄອງເຂດທີ່ຍັງເຫຼືອທັງໝົດ. ປະຕິກິລິຍາຕໍ່ຄຳຕັດສິນນີ້, ຂະບວນການ ຮາມາດສ ປະກາດວ່າ ໄດ້ດູຖູກຕໍ່ບັນດາຄຳນາບຄູ່ຈາກຝ່າຍ ອິດສະຣາແອັນ ແລະ ຢືນຢັນວ່າ “ນີ້ພຽງແຕ່ແມ່ນຄຳປະກາດໄຮ້ຄຸນຄ່າ, ຊ້ຳໄປຊ້ຳມາ ແລະ ບໍ່ກໍ່ຜົນສະທ້ອນຕໍ່ການຕັດສິນໃຈຂອງເຂົາເຈົ້າ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.