ຂ່າວເດັ່ນ

ອິດ​ສະ​ຣາ​ແອັນ ສືບ​ຕໍ່​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເຂົ້າ ກາ​ຊາ ແລະ ລີ​ບັງ

ອິດ​ສະ​ຣາ​ແອັນ ສືບ​ຕໍ່​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເຂົ້າ ກາ​ຊາ ແລະ ລີ​ບັງ

(VOVWORLD) - ກອງທັບ ອິດສະຣາແອັນ ກໍ່ໄດ້ບຸກໂຈມຕີເຂົ້າປະເທດບ້ານໃກ້ເຮືອນຄຽງ ລີບັງ ດ້ວຍເປົ້າໝາຍເລັ່ງໃສ່ໂຄງປະກອບການທະຫານຂອງຂະບວນການ Hezbollah ຢູ່ເຂດ Nabatieh, ທາງທິດໃຕ້ ລີບັງ.

Smoke billows over the village of Aaichiyeh after Israeli strikes, as seen from Marjayoun in southern Lebanon, October 20, 2025. Photo: REUTERS/Karamallah Daher

    ຕອນຄ່ຳວັນທີ  20 ຕຸລາ, ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ປະກາດວ່າ: ເຮືອບິນບໍ່ມີຄົນຂັບຂອງກອງທັບປະເທດນີ້ ໄດ້ເຂັ່ນຂ້າຊາວ ປາແລັດສະຕິນ ຈຳນວນໜຶ່ງ ທີ່ຖືກກ່າວຫາວ່າແມ່ນຜູ້ກໍ່ການຮ້າຍຢູ່ເມືອງ Shejaiya ຂຶ້ນກັບເຂດຕາເວັນອອກນະຄອນ ກາຊາ, ທາງທິດເໜືອເຂດ ກາຊາ. ໃນວັນດຽວກັນ, IDF ກໍ່ປະກາດວ່າ ກອງທັບ ອິດສະຣາແອັນ ໄດ້ບຸກໂຈມຕີ ແລະ ເຂັ່ນຂ້າພາກສ່ວນກໍ່ການຮ້າຍຈຳນວນໜຶ່ງຢູ່ນະຄອນ Khan Younis, ທາງທິດໃຕ້ເຂດ ກາຊາ. ໄລ່ລວມໃນ 2 ວັນຜ່ານມາ, ການບຸກໂຈມຕີຄັ້ງຕ່າງໆຂອງກອງທັບ ອິດສະຣາແອັນ ຢູ່ເຂດ ກາຊາ ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີ 50 ຄົນເສຍຊີວິດ.

  ໃນວັນດຽວກັນ, ກອງທັບ ອິດສະຣາແອັນ ກໍ່ໄດ້ບຸກໂຈມຕີເຂົ້າປະເທດບ້ານໃກ້ເຮືອນຄຽງ ລີບັງ ດ້ວຍເປົ້າໝາຍເລັ່ງໃສ່ໂຄງປະກອບການທະຫານຂອງຂະບວນການ Hezbollah ຢູ່ເຂດ Nabatieh, ທາງທິດໃຕ້ ລີບັງ. ແຈ້ງການຂອງ IDF ຊີ້ແຈ້ງວ່າ: Hezbollah ພວມສືບຕໍ່ບັນດາຄວາມມານະພະຍາຍາມສ້າງພື້ນຖານໂຄງລ່າງການທະຫານຄືນໃໝ່ໃນທົ່ວປະເທດ ລີບັງ ເຊິ່ງໄດ້ລະເມີດຄຳສັ່ງຢຸດຍິງລະຫວ່າງ ອິດສະຣາແອັນ ແລະ ລີບັງ ທີ່ມີຜົນບັງຄັບໃຊ້ນັບແຕ່ເດືອນພະຈິກ ປີ 2024 ຢ່າງຮ້າຍແຮງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.