ຂ່າວເດັ່ນ

ອິດ​ສະ​ຣາ​ແອັນ ສືບ​ຕໍ່​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເລັ່ງ​ໃສ່​ລີ​ບັງ

ອິດ​ສະ​ຣາ​ແອັນ ສືບ​ຕໍ່​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເລັ່ງ​ໃສ່​ລີ​ບັງ

(VOVWORLD) - ວັນທີ 1 ພະຈິກ, ກອງທັບ ອິດສະຣາແອັນ ສືບຕໍ່ບຸກໂຈມຕີທາງອາກາດເລັ່ງໃສ່ ລີບັງ, ໂດຍອ້າງເຫດຜົນຂະບວນການ ເຮັກໂບລາ ລະເມີດຄຳສັ່ງຢຸດຍິງ.

ສະພາບການຂອງເມືອງ Nabatieh ພາຍຫຼັງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ໃນວັນທີ8/5/2025 (ພາບ:  REUTERS/Karamallah Daher)

ສື່ມວນຊົນ ລີບັງ ໃຫ້ຮູ້ວ່າ ຢ່າງໜ້ອຍສຸດມີ 4 ຄົນເສຍຊີວິດ ແລະ 3 ຄົນຖືກບາດເຈັບໃນບັັ້ນບຸກໂຈມຕີທາງອາກາດ ຍ້ອນເຮືອນບິນບໍ່ມີຄົນຂັບຂອງ ອິດສະຣາແອັນ ໄດ້ດຳເນີນຢູ່ເຂດເທດສະບານ Kfar Roummane, ທາງທິດໃຕ້ ລີບັງ ເມື່ອຕອນຄ່ຳວັນທີ 1 ພະຈິກ. ສຳນັກຂ່າວສານ ແຫ່ງລັດ ລີບັງ ໄດ້ຢັ້ງຢືນວ່າ ນີ້ແມ່ນໜຶ່ງໃນບັນດາບັ້ນບຸກໂຈມຕີເຮັດໃຫ້ມີຄົນເສຍຊີວິດ ແລະ ບາດເຈັບຢ່າງໜັກໜ່ວງຂອງກອງທັບ ອິດສະຣາແອັນ ເຂົ້າ ລີບັງ ໃນໄລຍະຜ່ານມາ.

        ສ່ວນກຳລັງປ້ອງກັນ ອິດສະຣາແອັນ (IDF) ຢັ້ງຢືນວ່າ ກອງທັບອາກາດປະເທດນີ້ໄດ້ບຸກໂຈມຕີກົມກອງຍອດຢ້ຽມ Radwan ຂອງຂະບວນການ ເຮັກໂບລາ ຢູ່ເຂດ Kfar Roummane  ໃນຕອນຄ່ຳວັນທີ 01 ພະຈິກ. ກຳລັງປ້ອງກັນ ອິດສະຣາແອັນ ສືບຕໍ່ກ່າວຫາກຸ່ມປະກອບອາວຸດ ລີບັງ ລະເມີດຂໍ້ຕົກລົງຢຸດຍິງທີ່ມີຜົນບັງຂັບໃຊ້ເມື່ອເດືອນພະຈິກ 2024 ລະຫວ່າງ ອິດສະຣາແອັນ ແລະ ລີບັງ. ກ່ອນໜ້ານັ້ນ, ກຳລັງປ້ອງກັນ ອິດສະຣາແອັນ ກໍແຈ້ງໃຫ້ຊາບວ່າ ໄດ້ດຳເນີນບັ້ນບຸກໂຈມຕີສະມາຊິກໜຶ່ງຂອງກົມກອງ Radwan  ຂອງ ເຮັກໂບລາ ຢູ່ທາງທິດໃຕ້ ລີບັງ ໃນວັນທີ 31 ຕຸລາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.