ຂ່າວເດັ່ນ

ອິດ​ສະ​ຣາ​ແອັນ ຖອນ​ຄະ​ນະ​ເຈ​ລະ​ຈາກັບ ຮາ​ມາດ​ສ ຢູ່ ກາ​ຕ​າ ກັບ​ຄືນ​ເມືອ​ປະ​ເທດ

ອິດ​ສະ​ຣາ​ແອັນ ຖອນ​ຄະ​ນະ​ເຈ​ລະ​ຈາກັບ ຮາ​ມາດ​ສ ຢູ່ ກາ​ຕ​າ ກັບ​ຄືນ​ເມືອ​ປະ​ເທດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຕັດສິນໃຈຖອນຄະນະຕາງໜ້າເຈລະຈາທັງໝົດຢູ່ ໂດຮາ, ກາຕາ ກັບຄືນເມືອປະເທດ, ດ້ວຍເຫດຜົນວິວັດທະນາການເຈລະຈາສືບຕໍ່ບໍ່ມີທາງອອກ ແລະ ບໍ່ນຳມາໝາກຜົນຫຍັງ.

ສະພາບການຢູ່ເຂດ ກາຊາ (ພາບ: Reuters)

ວິວັດທະນາການເຈລະຈາຊອກຫາຄຳສັ່ງຢຸດຍິງໃໝ່ໃຫ້ແກ່ເຂດ ກາຊາ ລະຫວ່າງ ອິດສະຣາແອັນ ແລະ ກຳລັງ ຮາມາດສ ໄດ້ຕົກເຂົ້າສູ່ສະພາບຈົນຕາແຈ ເມື່ອວັນທີ 22 ພຶດສະພາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຕັດສິນໃຈຖອນຄະນະຕາງໜ້າເຈລະຈາທັງໝົດຢູ່ ໂດຮາ, ກາຕາ ກັບຄືນເມືອປະເທດ, ດ້ວຍເຫດຜົນວິວັດທະນາການເຈລະຈາສືບຕໍ່ບໍ່ມີທາງອອກ ແລະ ບໍ່ນຳມາໝາກຜົນຫຍັງ.

        ສື່ມວນຊົນ ອິດສະຣາແອັນ ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ Netanyahu ກ່າວຫາ ຮາມາດສ ບໍ່ໃຫ້ຄຳຕອບຕໍ່ຂໍ້ສະເໜີ ໂດຍ ອາເມລິກາ ຍົກອອກມາ ແລະ ອິດສະຣາແອັນ ໄດ້ຮັບຮອງເອົາແລ້ວ. ເຖິງວ່າເປັນແນວນັ້ນກໍຕາມ, ຜູ້ນຳໜ້າລັດຖະບານ ອິດສະຣາແອັນ ກໍ່ຖະແຫຼງ ກຽມພ້ອມຈັດສົ່ງຄະນະຕາງໜ້າເຂົ້າຮ່ວມການເຈລະຈາຄືນໃໝ່ ບໍ່ວ່າຈະຢູ່ໃສ, ຖ້າຫາກວ່າ ຮາມາດສ ປ່ຽນແປງຫຼັກໝັ້ນ ແລະ ຍອມຮັບຂໍ້ສະເໜີຂອງ ອາເມລິກາ.

ບາທີ - ນັກຂ່າວ VOV ປະຈຳ ອີິຢິບ

 

This site is protected by reCAPTCHA and the Google Privacy Policy and Terms of Service apply.