ຂ່າວເດັ່ນ

ອິດ​ສະ​ຣາ​ແອັນ ຢັ້ງ​ຢືນ​ແຜນ​ການ​ສ້າງ 22 ເຂດຕັ້ງ​ຖິ່ນ​ຖານ​ໃໝ່​ຢູ່​ຝ​ັ່ງ​ຕາ​ເວັນ​ຕົກ

ອິດ​ສະ​ຣາ​ແອັນ ຢັ້ງ​ຢືນ​ແຜນ​ການ​ສ້າງ 22 ເຂດຕັ້ງ​ຖິ່ນ​ຖານ​ໃໝ່​ຢູ່​ຝ​ັ່ງ​ຕາ​ເວັນ​ຕົກ

(VOVWORLD) - ລັດຖະບານປະເທດນີ້ໄດ້ໃຫ້ສັດຕະຍາບັນແຜນການກໍ່ສ້າງເຂດຕັ້ງຖິ່ນຖານໃໝ່ 22 ແຫ່ງຢູ່ຝັ່ງຕາເວັນຕົກ. ຕາມນັ້ນແລ້ວ, ແຜນການລວມທັງການກໍ່ສ້າງໃໝ່ຫຼາຍເຂດຊຸມຊົນ ແລະ ຫັນບາງເຂດຕັ້ງຖິ່ນຖານທີ່ຕັ້ງຂຶ້ນເອງໃນປັດຈຸບັນໃຫ້ຖືກຕ້ອງຕາມກົດໝາຍ.

ອິດສະຣາແອັນ ສ້າງເຂດຕັ້ງຖິ່ນຖານຢູ່ຝັ່ງຕາເວັນຕົກ (ພາບເອກະສານ:Reuters)

ວັນທີ 29 ພຶດສະພາ, ກະຊວງປ້ອງກັນປະເທດ ອິດສະຣາແອັນ ໄດ້ຢັ້ງຢືນວ່າ ລັດຖະບານປະເທດນີ້ໄດ້ໃຫ້ສັດຕະຍາບັນແຜນການກໍ່ສ້າງເຂດຕັ້ງຖິ່ນຖານໃໝ່ 22 ແຫ່ງຢູ່ຝັ່ງຕາເວັນຕົກ. ຕາມນັ້ນແລ້ວ, ແຜນການລວມທັງການກໍ່ສ້າງໃໝ່ຫຼາຍເຂດຊຸມຊົນ ແລະ ຫັນບາງເຂດຕັ້ງຖິ່ນຖານທີ່ຕັ້ງຂຶ້ນເອງໃນປັດຈຸບັນໃຫ້ຖືກຕ້ອງຕາມກົດໝາຍ.

ແຈ້ງການຂອງກະຊວງປ້ອງກັນປະເທດ ອິດສະຣາແອັນ ບໍ່ເຜີຍໃຫ້ຮູ້ ຂອບຂະໜາດເຂດລະອຽດຂອງບັນດາເຂດຕັ້ງຖິ່ນຖານທີ່ຈະກໍ່ສ້າງ, ແຕ່ຢັ້ງຢືນເລື່ອງຮັບຮອງເອົາແຜນການຕັ້ງຖິ່ນຖານໃໝ່ແມ່ນການຕັດສິນໃຈຄັ້ງປະຫວັດສາດ, ຊ່ວຍເພີ່ມທະວີການຄວບຄຸມຍຸດທະສາດຂອງ ອິດສະຣາແອັນສຳລັບຝັ່ງຕາເວັນຕົກ ແລະ ສະກັດກັ້ນການສ້າງຕັ້ງລັດ ປາແລັດສະຕິນ.

ສື່ມວນຊົນໃນພາກພື້ນໄດ້ໃຫ້ຂໍ້ສັງເກດວ່າການກະທຳເປີດກວ້າງເຂດຕັ້ງຖິ່ນຖິ່ນຂອງ ອິດສະຣາແອັນ ຈະເຮັດໃຫ້ສະພາບການຢູ່ຝັ່ງຕາເວັນຕົກສັບສົນຂຶ້ນ ແລະ ວາງອອກສິ່ງທ້າທາຍສຳລັບຄວາມມານະພະຍາຍາມສ້າງຕັ້ງລັດເອກະລາດຂອງຊາວ ປາແລັດສະຕິນ ຫຼາຍກວ່າເກົ່າ.

ນັກຂ່າວ VOV ປະຈຳ ອີຢິບ

This site is protected by reCAPTCHA and the Google Privacy Policy and Terms of Service apply.