ຂ່າວເດັ່ນ

ອິດສະຣາແອນ ແລະ ອີຣານ ສືບຕໍ່ການປະທະກັນຢ່າງດຸເດືອດ

ອິດສະຣາແອນ ແລະ ອີຣານ ສືບຕໍ່ການປະທະກັນຢ່າງດຸເດືອດ

(VOVWORLD) -ຄ່ຳຄືນວັນທີ 16 ມິຖຸນາ, ໂທລະພາບແຫ່ງລັດ ອີຣານ ໄດ້ປະກາດວ່າ ກອງທັບປະເທດນີ້ ຫາກໍ່ດຳເນີນການຫລອມຕີ ສົມທົບກັບລູກສອນໄຟນຳວິຖີ ແລະ ເຮືອບິນບໍ່ມີຄົບຂັບ ເລັ່ງໃສ່ ອິດສະຣາແອນ.

ກຳລັງດັບເພິງ ພວມປະຕິບັດການກູ້ຊ່ວຍຢູ່ບ່ອນເກີດການປະທະກັນດ້ວຍລູກສອນໄຟຈາກອີຣານ ໃສ່ ອິດສະຣາແອນ ໃນວັນທີ 15/6/2025. (ພາບ:REUTERS/Rami Shlush)

ນີ້ແມ່ນບັ້ນບຸກໂຈມຕີທີ 9 ຂອງອີຣານ ເລັ່ງໃສ່ ອິດສະຣາແອນ ນັບແຕ່ເມື່ອການປະທະກັນເກີດຂຶ້ນໃນວັນທີ 13 ມິຖຸນາ. ເປົ້າໝາຍແມ່ນເລ່ັງໃສ່ບັນດາຖານທີ່ໝັ້ນການທະຫານຂອງອິດສະຣາແອນ ຢູ່ Tel Aviv ແລະ Haifa.

ສ່ວນຝ່າຍອິດສະຣາແອນ, ກຳລັງປ້ອງກັນຕົວອິດສະຣາແອນ (IDF) ປະກາດວ່າ ໄດ້ເປີດການບຸກໂຈມຕີຫລາຍຄັ້ງເຂົ້າເລິກໃນເຂດດິນແດນ ອີຣານ, ທຳລາຍຫລາຍລະບົບຖານຍິງລູກສອນໄຟ, ເຮືອບິນສູ້ຮົບ F-14 Tomcat 2 ລຳ ແລະ ລົດຂົນສົ່ງລູກສອນໄຟຫນ້າດິນຕ້ານຫນ້າດິນ. ກອງທັບ ອິດສະຣາແອນ ກໍ່ຢັ້ງຢືນວ່າ ໄດ້ທຳການບຸກໂຈມຕີໃສ່ສຳນັກງານ ກະຈາຍສຽງ - ໂທລະພາບ ອີຣານ ຢູ່ ນະຄອນຫລວງ ເຕເຮຣານ.

        ໃນວັນດຽວກັນ, ກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ: ບັນດານັກສ້າງກົດໝາຍຂອງປະເທດນີ້ ພວມກະກຽມຮ່າງກົດໝາຍສະບັບຫນຶ່ງ ອາດຈະຊຸກຍູ້ເລື່ອງຖອນຕົວອອກຈາກສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT).

ແລະ ໃນວັນທີ 16 ມິຖຸນາ, 21 ປະເທດ ອິດສະລາມ ໄດ້ອອກຖະແຫລງການຮ່ວມ ໂດຍຄັດຄ້ານ ອິດສະຣາແອນ, ກ່າວຫາອິດສະຣາແອນ ລະເມີດກົດໝາຍສາກົນ ແລະ ນາບຂູ່ຄວາມໝັ້ນຄົງຕໍ່ພາກພື້ນ ເມື່ອບຸກໂຈມຕີ ໃສ່ ອີຣານ, ຮຽກຮ້ອງສອງຝ່າຍຈົ່ງຢຸດຍິງຢ່າງທັນທີ ແລະ ຟື້ນຟູສັນຕິພາບ.

ນັກຂ່າວ VOV ປະຈຳ ອີຢີບ

This site is protected by reCAPTCHA and the Google Privacy Policy and Terms of Service apply.