ຂ່າວເດັ່ນ

ອິດສະຣາແອນ ເຊື່ອໝັ້ນຕໍ່ອະນາຄົດອັນດີງາມກ່ຽວກັບຄວາມອາດສາມາດບັນລຸໄດ້ຄຳສັ່ງຢຸດຍິງ 60 ວັນກັບ ຮາມາດ

ອິດສະຣາແອນ ເຊື່ອໝັ້ນຕໍ່ອະນາຄົດອັນດີງາມກ່ຽວກັບຄວາມອາດສາມາດບັນລຸໄດ້ຄຳສັ່ງຢຸດຍິງ 60 ວັນກັບ ຮາມາດ

(VOVWORLD) -ໃນອະນາຄົດ ເຂດກາຊາ ອາດຈະມີພັນທະມິດສາກົນ ແລະ ພາກພື້ນ ບໍລິຫານ ລວມມີ ອີຢີບ, ອາຣັບບີ ຊາອຸດິ, ສະຫະລັດ ອາຣັບ ເອມມີເລດ, ຈໍແດນ, ອາເມລິກາ ແລະ ບາງປະເທດອື່ນ ແຕ່ບໍ່ມີອຳນາດການປົກຄອງ ປາແລດສະຕິນ.

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອນ  Israel Katz. (ພາບ: REUTERS/Ronen Zvulun)

ວັນທີ 7 ກໍລະກົດ, ທ່ານ Israel Katz, ລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອນ ມີຄວາມເຊື່ອໝັ້ນຕໍ່ ອະນາຄົດອັນດີງາມ ກ່ຽວກັບຄຳສ່ັງຢຸດຍິງທີ່ແກ່ຍາວຢ່າງຫນ້ອຍສຸດ 60 ວັນ ຈະບັນລຸໄດ້ໂດຍໄວກັບ ຂະບວນການ ອິດສະລາມ ຮາມາດ.

ເປັນຄັ້ງທຳອິດ ທີ່ທ່ານເຜີຍໃຫ້ຮູ້ລະອຽດກວ່າກ່ຽວກັບແຜນການຂອງ ອິດສະຣາແອນ ສຳລັບໄລຍະຫລັງການສູ້ຮົບຢູ່ເຂດ ກາຊາ ເຖິງວ່າ ມີບາງຈຸດຍັງບໍ່ທັນຈະແຈ້ງເທື່ອ. ກ່ຽວກັບຄຳສັ່ງຢຸດຍິງໄລຍະຈະມາເຖິງ, ທ່ານ Katz ໃຫ້ຮູ້ວ່າ: ບັນດາຝ່າຍສ່ວນຫລາຍເຫັນດີ ໂດຍຖືວ່າ ຮາມາດ ຈະປ່ອຍຕົວປະກັນທີ່ຍັງມີຊີວິດຢູ່ 10 ຄົນ ແລະ ມອບສົ່ງເຄິ່ງຫນຶ່ງ ຈຳນວນຊາກສົບຕົວປະກັນຖືກເສຍຊີວິດ; ທ່ານ ກໍ່ເວົ້າວ່າ ໄດ້ມີຄວາມເຫັນດີເຫັນພ້ອມໂດຍພື້ນຖານ ກ່ຽວກັບເລື່ອງກຳລັງປ້ອງກັນຕົວ ອິດສະຣາແອນ(IDF) ຈະຖອນຕົວເປັນສ່ວນໃຫຍ່ແມ່ນ 75% ເນື້ອທ່ີຢູ່ເຂດ ກາຊາ ຊຶ່ງເຂົາເຈົ້າໄດ້ຄວບຄຸມແຕ່ເດືອນມິນາ.

ຈຸດທີ່ເປັນຫນ້າສົນໃຈ ນັ້ນແມ່ນ ທ່ານ Katz ເຜີຍໃຫ້ຮູ້ວ່າແຜນການກໍ່ສ້າງເຂດມະນຸດສະທຳໃຫມ່ ຢູ່ Rafah  ສາມາດໃຫ້ຊາວ ປາແລດສະຕິນ ຢ່າງຫນ້ອຍສຸດ 600.000 ຄົນດຳລົງຊີວິດ. ນີ້ຈະແມ່ນເຂດທີ່ບໍ່ມີການປະຈຳຂອງ ຮາມາດ.  ທ່ານ Katz ໃຫ້ຮູ້ວ່າ: ໃນອະນາຄົດ ເຂດກາຊາ ອາດຈະມີພັນທະມິດສາກົນ ແລະ ພາກພື້ນ ບໍລິຫານ ລວມມີ ອີຢີບ, ອາຣັບບີ ຊາອຸດິ, ສະຫະລັດ ອາຣັບ ເອມມີເລດ, ຈໍແດນ, ອາເມລິກາ ແລະ ບາງປະເທດອື່ນ ແຕ່ບໍ່ມີອຳນາດການປົກຄອງ ປາແລດສະຕິນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.