ຂ່າວເດັ່ນ

ອິດສະຣາແອັນ ຕີສະກັດລູກສອນໄຟທີ່ຍິງຈາກ ເຢແມັນ

ອິດສະຣາແອັນ ຕີສະກັດລູກສອນໄຟທີ່ຍິງຈາກ ເຢແມັນ

(VOVWORLD) - ຮູຕີ ໄດ້ຢັ້ງຢືນເປັນຫຼາຍຄັ້ງວ່າ ຈະສືບຕໍ່ດຳເນີນບັນດາການບຸກໂຈມຕີເພື່ອສະແດງການສະໜັບສະໜູນ ແລະ ຄວາມສາມັກຄີກັບປະຊາຊົນ ປາແລັດສະຕິນ ຈົນຮອດເວລາ ອິດສະຣາແອັນ ຢຸດຕິທຸກການກະທຳດ້ານການທະຫານຢູ່ເຂດ ກາຊາ.

(ພາບປະກອບ: REUTERS/Marco Bello)

ວັນທີ 06 ກໍລະກົດ, ກອງທັບ ອິດສະຣາແອັນ ໃຫ້ຮູ້ວ່າ, ໄດ້ຕີສະກັດລູກສອນໄຟນຳວິຖີໂດຍກຳລັງ ຮູຕີ ຢູ່ ເຢຍແມັນ ຍິງໃສ່ເຂດດິນແດນ ອິດສະຣາແອັນ ໃນຕອນເຊົ້າວັນດຽວກັນ. ລູກສອນໄຟຖືກຕີສະກັດພາຍຫຼັງທີ່ ອິດສະຣາແອັນ ເປີດແກນຳສັນຍານເຕືອນໄພ. ຝ່າຍ ຮູຕີ ຢູ່ ເຢຍແມັນ ກໍ່ໄດ້ຍອນຮັບຕໍ່ການຍິງລູກສອນໄຟນີ້ໃສ່ເຂດ Jaffa ຂອງ ອິດສະຣາແອັນ.

ຮູຕີ ໄດ້ຢັ້ງຢືນເປັນຫຼາຍຄັ້ງວ່າ ຈະສືບຕໍ່ດຳເນີນບັນດາການບຸກໂຈມຕີເພື່ອສະແດງການສະໜັບສະໜູນ ແລະ ຄວາມສາມັກຄີກັບປະຊາຊົນ ປາແລັດສະຕິນ ຈົນຮອດເວລາ ອິດສະຣາແອັນ ຢຸດຕິທຸກການກະທຳດ້ານການທະຫານຢູ່ເຂດ ກາຊາ. ເພື່ອໂຕ້ຕອບຄືນບັນດາການບຸກໂຈມຕີຂອງ ຮູຕີ, ອິດສະຣາແອັນ ໄດ້ບຸກໂຈມຕີທາງອາກາດໃສ່ຫຼາຍພື້ນຖານໂຄງລ່າງໂດຍ ຮູຕີ ຄວບຄຸມຢູ່ ເຢແມັນ, ໃນນັ້ນ ມີທັງຮາກຖານພະລັງງານ ແລະ ສະຖານທີ່ການທະຫານ.

This site is protected by reCAPTCHA and the Google Privacy Policy and Terms of Service apply.