ຂ່າວເດັ່ນ

ອິດສະຣາແອັນ ກໍ່ສ້າງເສັ້ນທາງແບ່ງເຂດຝັ່ງຕາເວັນຕົກ

ອິດສະຣາແອັນ ກໍ່ສ້າງເສັ້ນທາງແບ່ງເຂດຝັ່ງຕາເວັນຕົກ

(VOVWORLD) - ຕາມນັ້ນແລ້ວ, ຈະແບ່ນທາງຄົມມະນາຄົມລະຫວ່າງຊາວ ປາແລັດສະຕິນ ແລະ ຊາວ ອິດສະຣາແອັນ ຢູ່ໃກ້ກັບເຂດຕັ້ງຖິ່ນຖານຄົງທີ່ Maale Adumim.

ກອງທັບ ອິດສະຣາແອັນ ຢູ່ເຂດຝັ່ງຕາເວັນຕົກ
(ພາບ: TTXVN)

        ວັນທີ 30 ມີນາ, ຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອັນ Israel Benjamin Netanyahu ໄດ້ແຈ້ງໃຫ້ຊາບ ວ່າ, ໄດ້ເຫັນດີຕໍ່ໂຄງການທາງບົກຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍ້ແດນ ທີ່ຖືກຢຶດຄອງ, ຕາມນັ້ນແລ້ວ, ຈະແບ່ນທາງຄົມມະນາຄົມລະຫວ່າງຊາວ ປາແລັດສະຕິນ ແລະ ຊາວ ອິດສະຣາແອັນ ຢູ່ໃກ້ກັບເຂດຕັ້ງຖິ່ນຖານຄົງທີ່ Maale Adumim. ນີ້ແມ່ນເຂດຕັ້ງຖິ່ນຖານຄົງທີ່ໃຫຍ່ຢູ່ທາງທິດຕາເວັນອອກ Jerusalem, ເປັນບ່ອນດຳລົງຊີວິດຂອງກວ່າ 40.000 ຄົນ. ຕາມທ່ານນາຍົກລັດຖະມົນຕີ Netanyahu  ແລ້ວ, ໂຄງການຈະຊ່ວຍປັບປຸງການສັນຈອນໄປມາ ແລະ ເພີ່ມທະວີພື້ນຖານໂຄງລ່າງຄົມມະນາຄົມລະຫວ່າງ Jerusalem, Maale Adumim ແລະ Binyamin ທິດຕາເວັນອອກ, ອະນຸຍາດໃຫ້ສືບຕໍ່ພັດທະນາບັນດາເຂດຕັ້ງຖິ່ນຖານຄົງທີ່ຢູ່ເຂດ E1.

        ປະຊາຄົມສາກົນໄດ້ກ່າວເຕືອນເປັນຫຼາຍຄັ້ງວ່າ ການກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຊາວ ຢິວ ຢູ່ແລວ E1, ເລີ່ມແຕ່ Jerusalem ໄປເຖິງ Jericho, ຈະແບ່ງເຄິ່ງເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ ກໍ່ຜົນສະທ້ອນເຖິງລັກສະນະຕໍ່ເນື່ອງຂອງລັດ ປາແລັດສະຕິນ ໃນອະນາຄົດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.