ຂ່າວເດັ່ນ

ອິດສະຣາແອັນ ຍັງບໍ່ທັນພ້ອມທີ່ຈະສິ້ນສຸດສົງຄາມຢູ່ເຂດ ກາຊາ

ອິດສະຣາແອັນ ຍັງບໍ່ທັນພ້ອມທີ່ຈະສິ້ນສຸດສົງຄາມຢູ່ເຂດ ກາຊາ

(VOVWORLD) - ບັນດາການບຸກໂຈມຕີຂອງ ອິດສະຣາແອັນ ຢູ່ເຂດ ກາຊາ ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີ 139 ຄົນເສຍຊີວິດ, ໃນນັ້ນມີເດັກນ້ອຍ ແລະ ແມ່ຍິງນັບສີບຄົນ

ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu
(ພາບ: THX/TTXVN)

ແງ່ຫວັງສິ້ນສຸດສົງຄາມຢູ່ເຂດ ກາຊາ ຍັງປະສົບກັບສິ່ງທ້າທາຍຢ່າງໃຫຍ່ຫຼວງ ເມື່ອຝ່າຍ ອິດສະຣາແອັນ ສືບຕໍ່ສົ່ງສານທີ່ຍັງບໍ່ທັນພ້ອມໃຫ້ແກ່ການປິດການປະທະກັນທີ່ນອງເລືອດເຊິ່ງແກ່ຍາວມາເປັນເວລາກວ່າ 21 ເດືອນຜ່ານມາ, ເຮັດໃຫ້ເກືອບ 60.000 ຄົນເສຍຊີວິດ.

ຕອນຄ່ຳວັນທີ 13 ກໍລະກົດ, ຊ່ອງ 12 ຂອງ ອິດສະຣາແອັນ ໄດ້ໃຫ້ຂ່າວວ່າ, ຫວ່າງໆມໍ່ໆມານີ້, ນາຍົກລັດຖະມົນຕີປະເທດນີ້ ທ່ານ Benjamin Netanyahu ໄດ້ໃຫ້ຄຳໝັ້ນສັນຍາຈະເປີດການຕໍ່ສູ້ຕ້ານຂະບວນການອິດສະລາມ ຮາມາດສ ຢູ່ເຂດ ກາຊາ ຄືນໃໝ່, ພາຍຫຼັງຄຳສັ່ງຢຸດຍິງ 60 ວັນຕາມຂໍ້ສະເໜີຂອງ ອາເມລິກາ ແລະ ບັນດາຝ່າຍເຈລະຈາຢູ່ ກາຕາ ໝົດຜົນສັກສິດ.

ໃນຂະນະນັ້ນ, ໃນສະພາບຕົວຈິງ, ໃນເວລາ 24 ຊົ່ວໂມງຜ່ານມາ, ບັນດາການບຸກໂຈມຕີຂອງ ອິດສະຣາແອັນ ຢູ່ເຂດ ກາຊາ ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີ 139 ຄົນເສຍຊີວິດ, ໃນນັ້ນມີເດັກນ້ອຍ ແລະ ແມ່ຍິງນັບສີບຄົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.