ຂ່າວເດັ່ນ

ອີ​ຣານ ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ

ອີ​ຣານ ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ

(VOVWORLD) - ບັນດານັກກວດກາຂອງ IAEA ໄດ້ຮັບໜ້າທີ່ຮັບປະກັນການປະຕິບັດ NPT ຜ່ານການຊອກຫາວິທີການຢັ້ງຢືນວ່າ ບັນດາໂຄງການນິວເຄຼຍຢູ່ບັນດາປະເທດເຂົ້າຮ່ວມສົນທິສັນຍາ ບໍ່ຖືກປ່ຽນທິດໄປໃຫ້ແກ່ເປົ້າໝາຍການທະຫານ.

ກ່າວຄຳເຫັນໃນວັນທີ 3 ກໍລະກົດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ປະເທດນີ້ຍັງໃຫ້ຄຳໝັ້ນສັນຍາປະຕິບັດສົນທິສັນຍາບໍ່ເຜີຍແຜ່ອາວຸດນິວເຄຼຍ (NPT) ແລະ ຂໍ້ຕົກລົງປົກປ້ອງຂອງສົນທິສັນຍາສະບັບນີ້, ພາຍຫຼັງ1 ວັນທີ່ ເຕເຮຣານ ປະກາດໃຊ້ກົດໝາຍວ່າດ້ວຍການຢຸດຕິການຮ່ວມມືກັບອົງການພະລັງງານປະລະມານູສາກົນ (IAEA). ບັນດານັກກວດກາຂອງ IAEA ໄດ້ຮັບໜ້າທີ່ຮັບປະກັນການປະຕິບັດ NPT ຜ່ານການຊອກຫາວິທີການຢັ້ງຢືນວ່າ ບັນດາໂຄງການນິວເຄຼຍຢູ່ບັນດາປະເທດເຂົ້າຮ່ວມສົນທິສັນຍາ ບໍ່ຖືກປ່ຽນທິດໄປໃຫ້ແກ່ເປົ້າໝາຍການທະຫານ. ກ່ອນໜ້ານັ້ນ, ໃນການຖະແຫຼງຂ່າວໃນວັນທີ 2 ກໍລະກົດ, ທ່ານ Tammy Bruce ໂຄສົກກະຊວງການຕ່າງປະເທດ ອາເມລິກາ ຮຽກຮ້ອງໃຫ້ ອີຣານ ຈົ່ງຮ່ວມມືກັບ IAEA ຢ່າງຮອບດ້ານ ເຊິ່ງບໍ່ແກ່ຍາວເວລາຕື່ມອີກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.