ຂ່າວເດັ່ນ

ອີ​ຣານ ບຸກ​ໂຈມ​ຕີ ຖານ​ທີ່​ໝັ້ນ​ອາ​ເມ​ລິ​ກາ ຢູ່​ກາ​ຕາ

ອີ​ຣານ ບຸກ​ໂຈມ​ຕີ ຖານ​ທີ່​ໝັ້ນ​ອາ​ເມ​ລິ​ກາ ຢູ່​ກາ​ຕາ

(VOVWORLD) - ອີຣານໄດ້ເລີ່ມຕົ້ນບັນດາການບຸກໂຈມຕີດ້ວຍລູກສອນໄຟນຳວິຖີ ດ້ວຍຈຳນວນທີ່ຈຳກັດ, ບຸກໂຈມຕີຖານທີ່ໝັ້ນກອງທັບອາກາດ ອາເມລິກາ ຢູ່ກາຕາ.

ພາບປະກອບ: REUTERS/Stringer

ຕອນຄ່ຳວັນທີ 23 ມິຖຸນາ, ອີຣານໄດ້ເລີ່ມຕົ້ນບັນດາການບຸກໂຈມຕີດ້ວຍລູກສອນໄຟນຳວິຖີ ດ້ວຍຈຳນວນທີ່ຈຳກັດ, ບຸກໂຈມຕີຖານທີ່ໝັ້ນກອງທັບອາກາດ ອາເມລິກາ ຢູ່ກາຕາ. ລະອຽດແມ່ນ, ສະພາຄວາມໝັ້ນຄົງແຫ່ງຊາດສູງສຸດ ອີຣານ ໄດ້ປະກາດກຳລັງພິທັກປະຕິວັດ ອິດສະລາມ ປະເທດນີ້ (IRGC) ໄດ້ຍິງລູກສອນໄຟນຳວິຖີຫຼາຍລູກເລັ່ງໃສ່ຖານທີ່ໝັ້ນກອງທັບອາກາດ ຂອງ ອາເມລິກາ Al Udeid ຢູ່ກາຕາ. ການບຸກໂຈມຕີແນໃສ່ໂຕ້ຕອບບັນດາການບຸກໂຈມຕີທາງອາກາດຂອງ ອາເມລິກາ ເລັ່ງໃສ່ສາມຮາກຖານ ນິວເຄຼຍ Fordow, Natanz ແລະ Isfahan ຂອງອີຣານໃນວັນທີ 21 ມິຖຸນາ. ສະພາຄວາມໝັ້ນຄົງແຫ່ງຊາດສູງສຸດ ອີຣານ ໄດ້ຢັ້ງຢືນການບຸກໂຈມຕີໂຕ້ຕອບຂອງປະເທດນີ້ໂດຍບໍ່ແນໃສ່ນາບຂູ່ຕໍ່ກາຕາ. ກະຊວງປ້ອງກັນປະເທດ ກາຕາໄດ້ປະກາດລະບົບປ້ອງກັນອາກາດຂອງປະເທດນີ້ ໄດ້ສະກັດກັ້ນລູກສອນໄຟທັງໝົດຂອງອີຣານຢ່າງສຳເລັດຜົນ ແລະ ການບຸກໂຈມຕີບໍ່ເຮັດໃຫ້ມີຜູ້ເສຍຊີວິດ, ບາດເຈັບ ຫຼື ກໍ່ຜົນເສຍຫາຍຮ້າຍແຮງໃດໆ. ທ່ານໂຄສົກກະຊວງການຕ່າງປະເທດ ກາຕາ ໃຫ້ຮູ້ວ່າ ພະນັກງານທັງໝົດພາຍໃນຖານທີ່ໝັ້ນ Al Udeid ໄດ້ຍົກຍ້າຍໄປຍັງບ່ອນປອດໄພກ່ອນການບຸກໂຈມຕີຂອງ ອີຣານ. ສື່ມວນຊົນ ອາເມລິກາ ກໍ່ໃຫ້ຮູ້ວ່າ ອີຣານ ໄດ້ແຈ້ງໃຫ້ກາຕາ ຮັບຊາບກ່ອນກ່ຽວກັບການບຸກໂຈມຕີເພື່ອແນໃສ່ຈຳກັດ ຜູ້ຖືກຮັບບາດເຈັບ ແລະ ເສຍຊີວິດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.