ຂ່າວເດັ່ນ

ອີ​ຣານ ​ເຫັນ​ດີ​ຈະ​ບໍ່​ພັດ​ທະ​ນາ​ອາ​ວຸດ​ນິວ​ເຄຼຍ

ອີ​ຣານ ​ເຫັນ​ດີ​ຈະ​ບໍ່​ພັດ​ທະ​ນາ​ອາ​ວຸດ​ນິວ​ເຄຼຍ

(VOVWORLD) - ຮອບເຈລະຈາທີ 4 ກ່ຽວກັບບັນຫານິວເຄຼຍຂອງ ອີຣານ ຈະຈັດຂຶ້ນໃນວັນທີ 11 ພຶດສະພາຢູ່ນະຄອນຫຼວງ Muscat ຂອງ ໂອມານ.

    ວັນທີ 9 ພຶດສະພາ, ທ່ານ  Steve Witkoff, ທູດພິເສດຂອງປະທານາທິບໍດີ ອາເມລິກາ Donald Trump ຢູ່ຕາເວັນອອກກາງ ໃຫ້ຮູ້ວ່າ: ອິຣານ ໄດ້ເຫັນດີຈະບໍ່ພັດທະນາອາວຸດນິວເຄຼຍ ກໍ່ຄືຢັ້ງຢືນຈະບໍ່ຢາກກຳມະສິດອາວຸດປະເພດນີ້. ຕອບສຳພາດນັກຂ່າວໜັງສືພິມ Breitbart News ຂອງ ອາເມລິກາ, ທ່ານ Witkoff ໃຫ້ຮູ້ວ່າ: ອີຣານ ໄດ້ຖະແຫຼງວ່າ ເຂົາເຈົ້າບໍ່ຢາກມີອາວຸດນິວເຄຼຍ ແລະ ອາເມລິກາ ເຊື່ອໝັ້ນຕໍ່ສິ່ງນີ້. ໃນຖະແຫຼງການຂອງຕົນ, ທ່ານ Sayyid Badr Albusaidi,  ລັດຖະມົນຕີການຕ່າງປະເທດ ໂອມານ ຊື່ງແມ່ນປະເທດສວມບົດບາດໃຈກາງໃນການເຈລະຈາ ໃຫ້ຮູ້ວ່າ: ພາຍຫຼັງໄດ້ປຶກສາຫາລືກັບທັງ ອີຣານ ແລະ ອາເມລິກາ, ຮອບເຈລະຈາທີ 4 ຈະຈັດຂຶ້ນໃນວັນທີ 11 ພຶດສະພາຢູ່ນະຄອນຫຼວງ Muscat ຂອງ ໂອມານ.

This site is protected by reCAPTCHA and the Google Privacy Policy and Terms of Service apply.