ຂ່າວເດັ່ນ

ອີ​ຣານ ແລະ ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ​ໂຕ້​ຕອບກັນ

ອີ​ຣານ ແລະ ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ​ໂຕ້​ຕອບກັນ

(VOVWORLD) - ຕອນເຊົ້າວັນທີ 22 ມິຖຸນາ, ມີສຽງລະເບີດເກີດຂຶ້ນຫຼາຍຄັ້ງຢູ່ Tel Aviv ແລະ ຫຼາຍນະຄອນຢູ່ພາກກາງ ແລະ ພາກເໜືອ ອິດສະຣາແອັນ ໃນບັ້ນບຸກໂຈມຕີໂຕ້ຕອບຂອງ ເຕເຮຣານ, ພາຍຫຼັງທີ່ ອາເມລິກາ ບຸກໂຈມຕີເລັ່ງໃສ່ຮາກຖານນິວເຄຼຍ 3 ແຫ່ງຂອງ ອີຣານ ໃນຕອນກາງຄືນວັນທີ 21 ມິຖຸນາ.

ພະນັກງານກູ້ໄພກູ້ຊີບປະຕິບັດໜ້າທີ່ຢູ່ບ່ອນເກີດເຫດບຸກໂຈມຕີ ຢູ່Tel Aviv ໃນວັນທີ 22/6/2025 (ພາບ: REUTERS/Violeta Santos Moura)

 ນີ້ກໍແມ່ນບັ້ນບຸກໂຈມຕີດ້ວຍລູກສອນໄຟນຳວິຖີຄັ້ງທຳອິດຂອງ ອີຣານ ເລັ່ງໃສ່ ອິດສະຣາແອັນ ໃນກວ່າ 1 ມື້ຜ່ານມາ. ໃນຂະນະນັ້ນ, ຕອນເຊົ້າຂອງວັນດຽວກັນ, ສະຖານີໂທລະພາບແຫ່ງຊາດ ອີຣານ   ໄດ້ໃຫ້ຂ່າວວ່າ ປະເທດນີ້ ໄດ້ດຳເນີນຫຼາຍບັ້ນຍິງລູກສອນໄຟຄັ້ງໃໝ່ເລັ່ງໃສ່ ອິດສະຣາແອັນ ຕື່ມອີກ.

ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ກໍໄດ້ອອກແຈ້ງການເມື່ອວັນທີ 21 ມິຖຸນາ ວ່າ ກອງທັບປະເທດນີ້ ໄດ້ບຸກໂຈມຕີໃສ່ບັນດາສາງບັນຈຸຢູ່ ຖານທີ່ໝັ້ນກອງທັບເຮືອຂອງ ອີຣານ ຢູ່ Bandar Abbas, ທ່າກ່ຳປັນຍຸດທະສາດໃນອ່າວ ເປີເຊຍ. ກຳລັງທະຫານພິທັກປະຕິວັດ ອິດສະຣາມ ອີຣານ (IRGC) ກໍແຈ້ງໃຫ້ຊາບວ່າ ກອງທັບ ອາກາດ ອິດສະຣາແອັນ ໄດ້ເລັ່ງໃສ່ບັນດາກ່ຳປັນສູ້ຮົບຂອງ ອີຣານ ທີ່ພວມທຽບທ່າກ່ຳປັນຢູ່ທາງທິດໃຕ້. ລະບົບປ້ອງກັນອາກາດກໍໄດ້ເປີດການໃຊ້ງານຢູ່ເຂດດັ່ງກ່າວແລ້ວ. ຕາມໂຄສົກ IDF, ວາທີນາຍພົນ Effie Defrin ຖະແຫຼງວ່າ ກອງທັບອາກາດ ອິດສະຣາແອັນ ຈະສືບຕໍ່ແນໃສ່ເປົ້າໝາຍມີລະບົບເຂົ້າໃນລະບົບບັນຊາການຄວບຄຸມເຮືອບິນບໍ່ມີຄົນຂັບຂອງ ອີຣານ.  

This site is protected by reCAPTCHA and the Google Privacy Policy and Terms of Service apply.