ຂ່າວເດັ່ນ

ອີ​ຣານ ເພີ່ມ​ທະ​ວີ​ບັ້ນ​ບຸກ​ໂຈມ​ຕີ ອິດ​ສະ​ຣາ​ແອັນ ແລະ ບັນ​ດາ​ປະ​ເເທດເຂດ​ອ່າວ; ຮູ​ທີ ເຂົ້າ​ຮ່ວມ​ສົງ​ຄາມ​ຢ່າງ​ເປັນ​ທາງ​ການ

ອີ​ຣານ ເພີ່ມ​ທະ​ວີ​ບັ້ນ​ບຸກ​ໂຈມ​ຕີ ອິດ​ສະ​ຣາ​ແອັນ ແລະ ບັນ​ດາ​ປະ​ເເທດເຂດ​ອ່າວ; ຮູ​ທີ ເຂົ້າ​ຮ່ວມ​ສົງ​ຄາມ​ຢ່າງ​ເປັນ​ທາງ​ການ

(VOVWORLD) - ວັນທີ 28 ມີນາ ແມ່ນມື້ທີ 29 ຂອງສົງຄາມຕາເວັນອອກກາງ, ອີຣານ ແລະ ບັນດາກຸ່ມພັນທະມິດສືບຕໍ່ປຸກລະດົມບັນດາບັ້ນບຸກໂຈມຕີເລັ່ງໃສ່ ອິດສະຣາແອັນ ພ້ອມດ້ວຍບັນດາປະເທດເຂດອ່າວ ທີ່ມີຖານທີ່ໝັ້ນການທະຫານຂອງ ອາເມລິກາ ຢ່າງລຽນຕິດ.

ກຳລັງປ້ອງກັນ ອິດສະຣາແອັນ ໃຫ້ຮູ້ວ່າ ໃນວັນທີ 28 ມີນາ, ອີຣານ ດຳເນີນ 7 ບັ້ນບຸກໂຈມຕີລູກສອນໄຟນຳວິຖີໄປຍັງດິນແດນ ອິດສະຣາແອັນ. ໃນນັ້ນ, ການຊ້ອມຮົບຕອນບ່າຍມື້ວານນີ້ ເຮັດໃຫ້ 11 ຄົນຢູ່ເຂດ Jerusalem  ຖືກບາດເຈັບ, ຫຼາຍອາຄານຖືກເປ່ເພ. ກຳລັງປ້ອງກັນ ອິດສະຣາແອັນ ຍອມຮັບວ່າ ລູກສອນໄຟ ອີຣານ ໄດ້ຂ້າມຕາໜ່າງປ້ອງກັນອາກາດ ອິດສະຣາແອັນ ແລະ ກໍ່ຜົນເສຍຫາຍຄືດັ່ງກ່າວ. ນອກຈາກບັນດາບັ້ນຊ້ອມຮົບລູກສອນໄຟນຳວິຖີຈາກ ອີຣານ ແລ້ວ, ກອງທັບ ອິດສະຣາແອັນ ກໍຢັ້ງຢືນວ່າ ກຳລັງ ຮູທີ ຢູ່ ເຢແມນ ແລະ ຂະບວນການ ເຮັກໂບລາ ຢູ່ລີບັງ, ໄດ້ເປີດບັ້ນບຸກໂຈມຕີເລັ່ງໃສ່ ອິດສະຣາແອັນ ຢ່າງລຽນຕິດ. ໃນຂະນະນັ້ນ, ກຳລັງ ຮູທີ ຍິງລູກສອນໄຟນຳວິຖີລູກປືນຢ່າງໜ້ອຍສຸດ 1 ລູກ, ລູກສອນໄຟນຳວິຖີ 1 ລູກ ແລະ ເຮືອບິນບໍ່ມີຄົນຂັບໄປຍັງທາງທິດ ອິດສະຣາແອັນ 1 ລຳ. ອາວຸດຂອງ ຮູທີ ທັງໝົດ ຖືກຕີສະກັດ ແລະ ບໍ່ກໍ່ຜົນເສຍຫາຍໃດໆ.

This site is protected by reCAPTCHA and the Google Privacy Policy and Terms of Service apply.