ຂ່າວເດັ່ນ

ອີ​ຣານ ຕີ​ລາ​ຄາ​ຮອບ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ ສະ​ແດງໃຫ້​ເຫັນ “ຄວາມ​​ເຂັ້ມ​ງວດ​ຢ່າງ​ຈະ​ແຈ້ງ”

ອີ​ຣານ ຕີ​ລາ​ຄາ​ຮອບ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ ສະ​ແດງໃຫ້​ເຫັນ “ຄວາມ​​ເຂັ້ມ​ງວດ​ຢ່າງ​ຈະ​ແຈ້ງ”

(VOVWORLD) - ວັນທີ 26 ກຸມພາ, ທ່ານ Abbas Araghchi ລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ຮອບເຈລະຈານິວເຄຼຍແບບທາງອ້ອມຄັ້ງທີ 3 ລະຫວ່າງ ອີຣານ ແລະ ອາເມລິກາ ທີ່ດຳເນີນໃນວັນທີ 26 ກຸມພາ ຢູ່ ເຊີແນວ (ສະວິດ) ແມ່ນ “ໜຶ່ງໃນບັນດາຮອບເຈລະຈາທີ່ເຂັ້ມງວດທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ”.

ຕາມທ່ານລັດຖະມົນຕີການຕ່າງປະເທດ ອີຣານ ແລ້ວ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບໂຄງການດຳເນີນງານນິວເຄຼຍຂອງ ເຕເຮຣານ ກໍຄືບັນດາມາດຕະການລົງໂທດຂອງ ອາເມລິກາ ແນໃສ່ ອີຣານ. ບາງເນື້ອໃນບັນລຸໄດ້ຄວາມຮັບຮູ້ລວມ, ໃນຂະນະນັ້ນ ຍັງມີຄວາມແຕກຕ່າງກັນຫຼາຍຢ່າງຢູ່ໃນບັນດາບັນຫາອື່ນ, ແຕ່ທັງສອງຝ່າຍລ້ວນແຕ່ສະແດງ “ຄວາມເຂັ້ມງວດຢ່າງຈະແຈ້ງ” ເພື່ອແນໃສ່ຊອກຫາມາດຕະການ.

        ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ບັນດາຮອບເຈລະຈາຂັ້ນເຕັກນິກວິຊາການຈະສືບຕໍ່ດຳເນີນໃນວັນທີ 3 ມີນາ ຢູ່ສຳນັກງານອົງການພະລັງງານປະລະມານູສາກົນ (IAEA) ຢູ່ວຽນ (ໂອຕາລິດ) ດ້ວຍເປົ້າໝາຍສ້າງຂອບເຂດ ແລະ ໂຄງສ້າງໃຫ້ແກ່ບາງບັນຫາເຕັກນິກທີ່ເປັນແກ່ນສານ.

This site is protected by reCAPTCHA and the Google Privacy Policy and Terms of Service apply.