ຂ່າວເດັ່ນ

ອີ​ຣານ ກ່າວ​ເຕືອນ ຫຼຸດ​ຜ່ອນ​ການ​ຮ່ວມ​ມື​ກັບ IAEA

ອີ​ຣານ ກ່າວ​ເຕືອນ ຫຼຸດ​ຜ່ອນ​ການ​ຮ່ວມ​ມື​ກັບ IAEA

(VOVWORLD) - ວັນທີ 8 ມິຖຸນາ, ອີຣານໄດ້ກ່າວເຕືອນວ່າ ປະເທດນີ້ຈະຫຼຸດຜ່ອນການຮ່ວມມືກັບ ອົງການພະລັງງານປະລາມານູສາກົນ (IAEA), ຖ້າອົງການນີ້ຮັບຮອງເອົາມະຕິວ່າດ້ວຍການຕ້ານຄືນ ອີຣານ.

ພາບປະກອບ: The Times of Israel

ໂດຍຖະແຫຼງທີ່ໂທລະພາບ ອີຣານ, ທ່ານ Behrouz Kamalvandi ໂຄສົກອົງການພະລັງງານປະລາມານູ ອີຣານ ຍົກໃຫ້ເຫັນຢ່າງຈະແຈ້ງວ່າ IAEA ຈະບໍ່ໄດ້ຮັບການຮ່ວມມືຢ່າງກວ້າງຂວາງ ແລະ ມີຄວາມເຈດຕະນາດີຈາກອີຣານອີກ, ຖ້າອົງການນີ້ຮັບຮອງເອົາມະຕິທີ່ມີເນື້ອໃນຕ້ານຄືນ ອີຣານ. ຄຳກ່າວເຕືອນ ໄດ້ຍົກອອກກ່ອນຈະດຳເນີນພິທີໄຂວາລະປະຊຸມປະຈຳໄຕມາດຂອງສະພາຜູ້ວ່າການ IAEA ຢູ່ ເຊີນແນວ, ປະເທດສະວິດ. ຢູ່ກອງປະຊຸມຄັ້ງນີ້, IAEA ຄາດວ່າຈະພິຈາລະນາ ແລະ ຮັບຮອງເອົາຮ່າງມະຕິທີ່ມີເນື້ອໃນ ຜູກໂທດ ອີຣານ ບໍ່ປະຕິບັດຕາມພັນທະບໍ່ເຜີຍແຜ່ອາວຸດນິວເຄຼຍ. ຮ່າງມະຕິໄດ້ຮັບຖືວ່າໂດຍອາເມລິກາ, ອັງກິດ, ຝລັ່ງ ແລະ ເຢຍລະມັນສົມທົບກັນຊຸກຍູ້. ໃນສານທີ່ໄດ້ເອົາລົງໃນສື່ສັງຄົມ X ໃນວັນທີ 7 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi ໄດ້ຕຳໜິຕິຕຽນຢ່າງແຮງເຖິງການກະທຳຂອງ 3 ປະເທດເອີລົບ (E3) ຢູ່ IAEA, ຖືນີ້ແມ່ນການກະທຳດ້ວຍເປົ້າໝາຍຕ້ານຄືນ ອີຣານ.

This site is protected by reCAPTCHA and the Google Privacy Policy and Terms of Service apply.