ຂ່າວເດັ່ນ

ອີ​ຣານ​ກ່າວ​ເຕືອນ ການ​ບຸກ​ໂຈມ​ຕີການ​ນຳ​ສູງ​ສຸດ​ແມ່ນ​ການ ປະ​ກາດ​ສົງ​ຄາມ

ອີ​ຣານ​ກ່າວ​ເຕືອນ ການ​ບຸກ​ໂຈມ​ຕີການ​ນຳ​ສູງ​ສຸດ​ແມ່ນ​ການ ປະ​ກາດ​ສົງ​ຄາມ

(VOVWORLD) - ວັນທີ 17 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດວ່າ “ຮອດເວລາທີ່ຕ້ອງຊອກຫາຄະນະການນຳຊຸດໃໝ່ຢູ່ອີຣານ” ແລ້ວ ແລະ ຕຳໜິຕິຕຽນ “ອຳນາດການປົກຄອງ ອີຣານ ນຳໃຊ້ການປາບປາມເພື່ອຄຸ້ມຄອງປະເທດຊາດ”.

ວັນທີ 18 ມັງກອນ, ທ່ານປະທານາທິບໍດີ ອີຣານ Masoud Pezeshkian ໄດ້ກ່າວເຕືອນວ່າ ບໍ່ວ່າການບຸກໂຈມຕີໃດເລັ່ງໃສ່ທ່ານ Ali Khamenei ການນຳສູງສຸດ ອີຣານ ຈະແມ່ນການປະກາດສົງຄາມ. ໃນຊຸມວັນຜ່ານມາ, ອີຣານ ແລະ ອາເມລິກາ ສືບຕໍ່ມີການປະກາດແຂງກ້າດ້າງເລັ່ງໃສ່ກັນ. ໃນສານສະບັບຫຼ້າສຸດ, ທ່ານປະທານາທິບໍດີ ອອີຣານ ກ່າວເຕືອນວ່າ ເລັ່ງໃສ່ການນຳສູງສຸດອີຣານ, ຄ້າຍຄືກັນກັບສົງຄາມຢ່າງຮອບດ້ານກັບປະເທດນີ້. ກ່ອນໜ້ານັ້ນ, ວັນທີ 17 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດວ່າ “ຮອດເວລາທີ່ຕ້ອງຊອກຫາຄະນະການນຳຊຸດໃໝ່ຢູ່ອີຣານ” ແລ້ວ ແລະ ຕຳໜິຕິຕຽນ “ອຳນາດການປົກຄອງ ອີຣານ ນຳໃຊ້ການປາບປາມເພື່ອຄຸ້ມຄອງປະເທດຊາດ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.