ຂ່າວເດັ່ນ

ອີ​ຣານ ໂຕ້​ຕອບ​ຕໍ່​ການ​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຕໍ່ປະ​ເທດ​ນີ້

ອີ​ຣານ ໂຕ້​ຕອບ​ຕໍ່​ການ​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຕໍ່ປະ​ເທດ​ນີ້

(VOVWORLD) - ອີຣານ ຍາມໃດກໍ່ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຕໍ່ສົນທິສັນຍາບໍ່ເຜີດແຜ່ອາວຸດນິວເຄຼຍ (NPT), ແຈ້ງຂໍ້ຫາ ອາເມລິກາ ແລະ ກຸ່ມ E3 ລວມມີບັນດາປະເທດ ອັງກິດ, ຝລັ່ງ ແລະ ເຢຍລະມັນ ໄດ້ລະເມີດຂໍ້ຕົກລົງນິວເຄຼຍ ປີ 2015..

ທ່ານປະທານາທິບໍດີ ອີຣານ Masoud Pezeshkian (ພາບ: REUTERS)

ວັນທີ 27 ກັນຍາ, ທ່ານປະທານາທິບໍດີ ອີຣານ Masoud Pezeshkian, ໄດ້ຕຳໜິຕິຕຽນການຈັດວາງບັນດາຄຳສັ່ງລົງເທດຂອງ ສປຊ ຕໍ່ປະເທດນີ້ຄືນໃໝ່ ຜ່ານກົນໄກຟື້ນຟູແມ່ນຜິດກົດໝາຍ. ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ປະກາດວ່າ ອີຣານ ຍາມໃດກໍ່ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຕໍ່ສົນທິສັນຍາບໍ່ເຜີດແຜ່ອາວຸດນິວເຄຼຍ (NPT), ແຈ້ງຂໍ້ຫາ ອາເມລິກາ ແລະ ກຸ່ມ E3 ລວມມີບັນດາປະເທດ ອັງກິດ, ຝລັ່ງ ແລະ ເຢຍລະມັນ ໄດ້ລະເມີດຂໍ້ຕົກລົງນິວເຄຼຍ ປີ 2015, ເນັ້ນໜັກວ່າກົນໄກຟື້ນຟູໄດ້ນຳໃຊ້ເພື່ອຕ້ານ ອີຣານ ແມ່ນຜິດກົດໝາຍ. ໃນວັນທີ 27 ກັນຍາ, ອີຣານ ກໍ່ໄດ້ຮຽກຕົວບັນດາເອກອັກຄະລັດຖະທູດຂອງປະເທດນີ້ ປະຈຳ ອັງກິດ, ຝລັ່ງ ແລະ ເຢຍລະມັນ ເພື່ອປຶກສາຫາລື.

This site is protected by reCAPTCHA and the Google Privacy Policy and Terms of Service apply.