ຂ່າວເດັ່ນ

ອີ​ຣານ ພ້ອມ​ແລ້ວ​ທີ່​ຈະ​ເຊື່ອມ​ຕໍ່​ຄືນ​ໃໝ່​ການ​ໂອ້​ລົມ​ສົນ​ທະ​ນາ​ເຕັກ​ນິກ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ

ອີ​ຣານ ພ້ອມ​ແລ້ວ​ທີ່​ຈະ​ເຊື່ອມ​ຕໍ່​ຄືນ​ໃໝ່​ການ​ໂອ້​ລົມ​ສົນ​ທະ​ນາ​ເຕັກ​ນິກ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ

(VOVWORLD) - ທ່ານ Rafael Grossi ເນັ້ນໜັກວ່າ IAEA ສະເໜີ ອີຣານ ເປີດການປຶກສາຫາລືກ່ຽວກັບບັນດາວິທີການເພື່ອແນໃສ່ເລີ່ມຕົ້ນ ຫຼືເຊື່ອມຕໍ່ບັນດາການເຄື່ອນໄຫວດ້ານນິວເຄຼຍ.

(ພາບ: IRNA/TTXVN)

    ທ່ານ Rafael Grossi, ຜູ້ອຳນວຍການໃຫ່ຍອົງການປະລະມານູສາກົນ (IAEA), ໃຫ້ຮູ້ວ່າ ອີຣານ ພ້ອມແລ້ວທີ່ຈະເຊື່ອມຕໍ່ຄືນໃໝ່ການໂອ້ລົມສົນທະນາລະດັບເຕັກນິກກັບ IAEA ກ່ຽວກັບໂຄງການນິວເຄຼຍຂອງປະເທດນີ້.

   ວັນທີ 27 ກໍລະກົດ, ຕອບສຳພາດວົງການນັກຂ່າວເນື່ອງໃນໂອກາດເຂົ້າຮ່ວມເຫດການໜຶ່ງຢູ່ ສິງກະໂປ, ທ່ານ Rafael Grossi ເນັ້ນໜັກວ່າ IAEA ສະເໜີ ອີຣານ ເປີດການປຶກສາຫາລືກ່ຽວກັບບັນດາວິທີການເພື່ອແນໃສ່ເລີ່ມຕົ້ນ ຫຼືເຊື່ອມຕໍ່ບັນດາການເຄື່ອນໄຫວດ້ານນິວເຄຼຍ. ເຖິງແນວນັ້ນກໍ່ຕາມ, ທ່ານ Rafael Grossi ໃຫ້ຮູ້ວ່າ ຄາດວ່າ IAEA ຈະເລີ່ມດ້ວຍການແລກປ່ຽນດ້ານເຕັກນິກ, ກ່ອນທີ່ຈະດຳເນີນບັນດາການທາບທາມຄວາມເຫັນ. ທ່ານຜູ້ອຳນວຍການໃຫ່ຍອົງການປະລະມານູສາກົນ IAEA ເນັ້ນໜັກວ່າ ອີຣານ ຕ້ອງມີຄວາມຈະແຈ້ງກ່ຽວກັບບັນດາຮາກຖານ ແລະ ການເຄືອ່ນໄຫວນິວເຄຼຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.