ຂ່າວເດັ່ນ

ອີ​ຣານ​ປ່ຽນ​ແປງ​ຍຸດ​ທະ​ວິ​ທີ, ເພີ່ມ​ການ​ບຸກ​ໂຈມ​ຕີ​ ອິ​ດ​ສະ​ລາ​ແອັນ

ອີ​ຣານ​ປ່ຽນ​ແປງ​ຍຸດ​ທະ​ວິ​ທີ, ເພີ່ມ​ການ​ບຸກ​ໂຈມ​ຕີ​ ອິ​ດ​ສະ​ລາ​ແອັນ

(VOVWORLD) - ພາຍຫຼັງສອງວັນທີ່ ບຸກໂຈມຕີພຽງແຕ່ຕອນກາງຄືນ, ວັນທີ 15 ມິຖຸນາ, ອີຣານໄດ້ດັດປັບຍຸດທະວິທີບຸກໂຈມຕີ ອິດສະລາແອັນທັງເວັນແລະ ຄືນ.

(ພາບປະກອບ: TTXVN)

ຕອນຄ່ຳວັນທີ 15 ມິຖຸນາ, ຮາກຖານຍຸດທະສາດ ຢູ່ນະຄອນທ່າກຳປັ່ນ Haifa ຂອງອິດສະລາແອັນ ຖືກລູກສອນໄຟຂອງອີຣານບຸກໂຈມຕີ. ອາຄານ 7 ຫຼັງຢູ່ Haifa ຖືກເປ່ເພ ພ້ອມກັບລົດໂອໂຕຫຼາຍຄັນຖືກໄຟໄໝ້. ຕາມການລາຍງານຈຳນວນໜຶ່ງໃນເບື້ອງຕົ້ນ ສະເພາະເຂດ Haifa ໄດ້ຢັ້ງຢືນມີຜູ້ຮັບບາດເຈັບຢ່າງໜ້ອຍສຸດ 15 ຄົນ. ນະຄອນຫຼວງ Tel Aviv ກໍ່ຢັ້ງຢືນມີສຽງລະເບີດໃຫຍ່ ແຕ່ຍັງບໍ່ທັນຮູ້ລະດັບເສຍຫາຍ.

ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 15 ມິຖຸນາ, ເປັນຄັ້ງທຳອິດທີ່ອີຣານຜັນຂະຫຍາຍການບຸກໂຈມຕີ ອິດສະລາແອັນ ຍາມກາງເວັນ. ໄລ່ລວມແລ້ວໃນວັນທີ 15 ມິຖຸນາ, ອີຣານ ໄດ້ດຳເນີນບັ້ນບຸກໂຈມຕີຢ່າງໜ້ອຍສຸດ 3 ຄັ້ງ ດ້ວຍລູກສອນໄຟແຕ່ 120 – 150 ລູກເລັ່ງໃສ່ອິດສະລາແອັນ, ແກ່ຍາວແຕ່ຕອນກາງເວັນຮອດກາງຄືນ.

ກົງກັນຂ້າມ, ກອງທັບອາກາດອິດສະລາແອັນ ກໍ່ໄດ້ດຳເນີນບັນດາການບຸກໂຈມຕີທັງເຮືອບິນສູ້ຮົບ ແລະ UAV ເລັ່ງໃສ່ຫຼາຍເຂດຢູ່ອີຮານຢ່າງຕໍ່ເນື່ອງ, ໃນນັ້ນມີນະຄອນຫຼວງ Tehran.

This site is protected by reCAPTCHA and the Google Privacy Policy and Terms of Service apply.