ຂ່າວເດັ່ນ

ອີ​ຣານ​ສ້າງ​ສະ​ພາ​ປ້ອງ​ກັນແຫ່ງ​ຊາດ​ໃໝ່

ອີ​ຣານ​ສ້າງ​ສະ​ພາ​ປ້ອງ​ກັນແຫ່ງ​ຊາດ​ໃໝ່

(VOVWORLD) - ວັນທີ 3 ສິງຫາ, ສື່ມວນຊົນລັດແຫ່ງອີຣານ ໄດ້ລົງຂ່າວວ່າ ສະພາຄວາມໝັ້ນຄົງແຫ່ງຊາດສູງສຸດຂອງປະເທດນີ້ໄດ້ໃຫ້ສັດຕະຍາບັນການສ້າງສະພາປ້ອງກັນແຫ່ງຊາດໃໝ່.

ພາບປະກອບ: THX/TTXVN

ການກະທຳດັ່ງກ່າວໄດ້ດຳເນີນກ່ວາໜຶ່ງເດືອນພາຍຫຼັງຄຳສັ່ງຢຸດຍິງ ສິ້ນສຸດການປະທະກັນທີ່ແກ່ຍາວເປັນເວລາ 12 ວັນລະຫວ່າງປະເທດນີ້ ກັບ ອິດສະລາແອັນ. ຊ່ອງໂທລະພາບແຫ່ງຊາດ ອີຣານ ໃຫ້ຮູ້ວ່າສະພາປ້ອງກັນແຫ່ງຊາດ ໃໝ່ໂດຍຈະແມ່ນທ່ານປະທານາທິບໍດີ ນຳໜ້າ ແລະ ລວມມີບັນດາຜູ້ບັນຊາການທະຫານຂັ້ນສູງ ພ້ອມກັບເຈົ້າໜ້າທີ່ ແລະ ລັດຖະມົນຕີຄົນຫຼັກແຫຼ່ງຫຼາຍທ່ານ. ໜ້າທີ່ຂອງສະພາແມ່ນ ພິຈາລະນາບັນດາຍຸດທະສາດປ້ອງກັນປະເທດ ແລະ “ເພີ່ມທະວີກຳລັງຄວາມສາມາດຂອງບັນດາກຳລັງປະກອບອາວຸດ ອີຣານ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.