ຂ່າວເດັ່ນ

ອີ​ຣານ​ຖະ​ແຫຼງ​ຈະ​ໂຕ້​ຕອບ​ຖ້າ ສ​ປ​ຊ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຄືນ​ໃໝ່

ອີ​ຣານ​ຖະ​ແຫຼງ​ຈະ​ໂຕ້​ຕອບ​ຖ້າ ສ​ປ​ຊ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຄືນ​ໃໝ່

(VOVWORLD) - ວັນທີ 14 ກໍລະກົດ, ກະຊວງການຕ່າງປະເທດ ອີຣານ ໄດ້ຖະແຫຼງຈະມີປະຕິກະລິຍາຕໍ່ການຈັດວາງຄຳສັ່ງລົງໂທດຂອງ ສປຊ ຕໍ່ໂຄງການນິວເຄຼຍຂອງປະເທດນີ້.

ທ່ານ Esmaeil Baghaei ໂຄສົກກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ບັນດາຝ່າຍເອີລົບໄດ້ລະເມີດບັນດາພັນທະຂອງເຂົາເຈົ້າ ຕາມແຜນການກະທຳຮ່ວມຮອບດ້ານ (JCPOA) ໂດຍພື້ນຖານ ແລະ ຮ້າຍແຮງ,ດັ່ງນັ້ນ ເຂົາເຈົ້າບໍ່ຖານະນິຕິກຳ ແລະ ການເມືອງ ເພື່ອນຳໃຊ້ ກົນໄກຟື້ນຟູ, ພ້ອມທັງກ່າວເຕືອນວ່າປະເທດນີ້ຈະມີປະຕິກິລະຍາທີ່ເໝາະສົມ ແລະ ສົມຄວນຖ້າບັນດາຄຳສັ່ງນີ້ໄດ້ຈັດວາງຄືນໃໝ່. ກ່ຽວກັບບັນດາການເຈລະຈາກ່ຽວກັບໂຄງການນິວເຄຼຍລະຫວ່າງ ອາເມລິກາ ແລະ ອີຣານ ເຊິ່ງໄດ້ຮັບການເຊື່ອມຕໍ່ພາຍຫຼັງ ທ່ານປະທານາທິບໍດີ ອາເມລິກາ Donald Trump ຮັບດຳລົງຕຳແໜ່ງອາຍຸການທີສອງ, ແຕ່ຖືກຂາດວັກຂາດຕອນເມື່ອ ອິດສະລາແອັນ ແລະ ອາເມລິກາ ບຸກໂຈມຕີອີຣານເມື່ອເດືອນກ່ອນ, ທ່ານໂຄສົກກະຊວງການຕ່າງປະເທດ ອີຣານໃຫ້ຮູ້ວ່າ ປັດຈຸບັນຍັງບໍ່ມີວັນເວລາ ຫຼື ສະຖານທີ່ລະອຽດໃດທີ່ໄດ້ກຳນົດໃຫ້ແກ່ການເຊື່ອມຕໍ່ ບັນດາການເຈລະຈານີ້ຄືນໃໝ່.

This site is protected by reCAPTCHA and the Google Privacy Policy and Terms of Service apply.