ຂ່າວເດັ່ນ

ອີ​ຢິບ ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ 7.600 ໂຕນ​ ໄປ​ຍັງ​ເຂດ ກາ​ຊາ

ອີ​ຢິບ ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ 7.600 ໂຕນ​ ໄປ​ຍັງ​ເຂດ ກາ​ຊາ

(VOVWORLD) - ວັນທີ 20 ມັງກອນ, ອົງການຊີກວົງເດືອນແດງຂອງ ອີຢິບ ໄດ້ຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳຖ້ຽວໃໝ່ເຂົ້າເຂດ ກາຊາ ລວມກວ່າ 7.600 ໂຕນ, ໃນນັ້ນ ມີທັນຍາຫານ 4.660 ໂຕນ.

ລົດຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳສາກົນ ພວມຜ່ານດ່ານ Rafah (ພາບ: VOV)

ຈຳນວນທີ່ຍັງເຫຼືອລວມມີເຊື້ອເພີງ, ຢຸກຢາ, ອຸປະກອນການແພດ, ນົມຜົງສຳລັບເດັກເກີດໃໝ່, ຜ້າຮົ່ມ, ຕູບຜ້າບາດ ແລະ ເຄື່ອງກັນໜາວ. ນີ້ແມ່ນຖ້ຽວເຄື່ອງຊ່ວຍເຫຼືອທີ 120 ຕາມຂໍ້ລິເລີ່ມ “Zad Al-Izza: ຈາກ ອີຢິບ ໄປຍັງ ກາຊາ”, ໂດຍໄດ້ປຸກລະດົມໃນທ້າຍເດືອນ ກໍລະກົດ 2025.

        ອີຢິບ ແມ່ນປະເທດທີ່ສວມບົດບາດແກ່ນສານໃນການເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳໃຫ້ແກ່ເຂດ ກາຊາ ໃນຕະຫຼອດໄລຍະເກີດສົງຄາມກວ່າ 2 ປີຜ່ານມາ. ຕາມນັ້ນແລ້ວ, Cairo ໄດ້ສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງ ຂົນສົ່ງເຄື່ອງຊ່ວຍເຫຼືອໄປຍັງເຂດ ກາຊາ ກວ່າ 800.000 ໂຕນ, ກວມເອົາ 70% ປະລິມານເຄື່ອງຊ່ວຍເຫຼືອມະນຸດສະທຳທັງໝົດໃຫ້ແກ່ເຂດ ກາຊາ.

        ປັດຈຸບັນ, ອີຢິບ ພວມຕັ້ງໜ້າຊຸກຍູ້ຜັນຂະຫຍາຍໄລຍະທີ 2 ຂອງຂໍ້ຕົກລົງສັນຕິພາບ ກາຊາ, ພ້ອມທັງເປັນກາງໄກ່ເກ່ຍໃຫ້ແກ່ວິວັດທະນາການໂອ້ລົມສົນທະນາຄວາມປອງດອງຊາດລະຫວ່າງບັນດາຝ່າຍ ປາແລັດສະຕິນ.

ນັກຂ່າວ VOV  ປະຈຳ ອີຢິບ

This site is protected by reCAPTCHA and the Google Privacy Policy and Terms of Service apply.