ຂ່າວເດັ່ນ

ອີ​ຢູ ໃຫ້​ສັດ​ຕະ​ຍາ​ບັນ​ການ​ເຊັນ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ອິນ​ເຕີ​ເນັດ

ອີ​ຢູ ໃຫ້​ສັດ​ຕະ​ຍາ​ບັນ​ການ​ເຊັນ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ອິນ​ເຕີ​ເນັດ

(VOVWORLD) - ພິທີເປີດການເຊັນສົນທິສັນຍາສະບັບນີ້ດ້ວຍຫົວຂໍ້ “ອາດຊະຍາກຳອິນເຕີເນັດ-ແບ່ງປັນຄວາມຮັບຜິດຊອບ-ມຸ່ງໄປສູ່ອະນາຄົດ” ຈະຖືກຈັດຂຶ້ນຢູ່ ຮ່າໂນ້ຍໃນວັນທີ 25-26 ຕຸລາຈະມາເຖິງ.

(ພາບ: REUTERS/Dado Ruvic)

   ວັນທີ 13 ຕຸລາ, ສະຫະພາບ ເອີລົບ (EU-ອີຢູ) ໄດ້ຮັບຮອງເອົາຂໍ້ຕົກລົງ ອະນຸຍາດໃຫ້ຄະນະກຳມະການ ເອີລົບ (EC-ອີຊີ) ແລະ ບັນດາປະເທດສະມາຊິກ ເຊັນສົນທິ ສັນຍາ ສປຊ ກ່ຽວກັບການຕ້ານອາດຊະຍາກຳອິນເຕີເນັດ. ພິທີເປີດການເຊັນສົນທິສັນຍາສະບັບນີ້ດ້ວຍຫົວຂໍ້ “ອາດຊະຍາກຳອິນເຕີເນັດ-ແບ່ງປັນຄວາມຮັບຜິດຊອບ-ມຸ່ງໄປສູ່ອະນາຄົດ” ຈະຖືກຈັດຂຶ້ນຢູ່ ຮ່າໂນ້ຍໃນວັນທີ 25-26 ຕຸລາຈະມາເຖິງ.

  ຜູ້ຕາງໜ້າໃຫ້ແກ່ ແດນມາກ - ປະເທດພວມດຳລົງຕຳແໜ່ງປະທານໝູນວຽນສະພາ ອີຢູ, ທ່ານ Peter Hummelgaard, ລັດຖະມົນຕີກະຊວງຍຸດຕິທຳ ເນັ້ນໜັກວ່າ: ບັນດາການກະທຳສໍ້ກົງເຕັກໂນໂລຊີຂໍ້ມູນຂ່າວສານ, ບຸກໂຈມຕີທາງອິນເຕີເນັດດ້ວຍຂະອບຂະໜາດໃຫ່ຍ, ສະພາບການສວຍໃຊ້ ແລະ  ການສະແຫວງຫາຜົນປະໂຫຍດທາງເພດກັບເດັກໃນແວດລ້ອມອິນເຕີເນັດ ພ້ອມກັບຫຼາຍຮູບແບບອາດຊະຍາກຳອິນເຕີເນັດອື່ນໆທີ່ພວມເພີ່ມຂຶ້ນ. ການຮັບຮອງເອົາເຄື່ອງມືນິຕິກຳສາກົນນີ້ ໄດ້ສ້າງຂີດໝາຍຄວາມຄືບໜ້າສຳຄັນໃນການຕໍ່ສູ້ທົ່ວໂລກຕ້ານອາດຊະຍາກຳປະເພດນີ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.