ຂ່າວເດັ່ນ

ອີ​ຢູ ຮັບ​ຮອງ​ເອົາ ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​​​ຍົກ​ເລິກ​ອາຍ​ແກດ​ຂອງ ລັດ​ເຊຍ​ເທື່ອ​ລະ​ກ້າວ ຢ່າງ​ເປັນ​ທາງ​ການ

ອີ​ຢູ ຮັບ​ຮອງ​ເອົາ ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​​​ຍົກ​ເລິກ​ອາຍ​ແກດ​ຂອງ ລັດ​ເຊຍ​ເທື່ອ​ລະ​ກ້າວ ຢ່າງ​ເປັນ​ທາງ​ການ

(VOVWORLD) - ບັນດາຂໍ້ກຳນົດໃໝ່ລວມທັງບັນດາມາດຕະການເພີ່ມທະວີການຕິດຕາມກວດກາຢ່າງມີປະສິດທິຜົນ ແລະ ຫັນແຫຼ່ງສະໜອງພະລັງງານເປັນຫຼາຍຮູບຫຼາຍແບບ.

    ວັນທີ 26 ມັງກອນ, ສະພາ ອີຢູ ປະກາດວ່າ 27 ປະເທດສະມາຊິກຂອງກຸ່ມ ໄດ້ຮັບຮອງເອົາຂໍ້ດຳນົດສະບັບໜຶ່ງຢ່າງເປັນທາງການ ເພື່ອແນໃສ່ ຍົກເລີກການນຳເຂົ້າອາຍແກັດຈາກ ລັດເຊຍ ເທື່ອລະກ້າວລວມທັງອາຍແກດທີ່ຂົນສົ່ງຜ່ານທໍ່ ແລະ ອາແກັດທຳມະຊາດເຫຼວ (LNG).  ສະພາ ອີຢູ ໃຫ້ຮູ້ວ່າ ຂໍ້ກຳນົດນີ້ແມ່ນຂີດໝາຍສຳຄັນໃນການຫັນບັນດາເປົ້າໝາຍ REPowerEU ໃຫ້ປະກົດຜົນເປັນຈິງ ແນໃສ່ຢຸດຕິການເອື້ອຍອີງຂອງ ອີຢູ ເຂົ້າພະລັງງານຂອງ ລັດເຊຍ. ບັນດາຂໍ້ກຳນົດໃໝ່ລວມທັງບັນດາມາດຕະການເພີ່ມທະວີການຕິດຕາມກວດກາຢ່າງມີປະສິດທິຜົນ ແລະ ຫັນແຫຼ່ງສະໜອງພະລັງງານເປັນຫຼາຍຮູບຫຼາຍແບບ.

 ຄຳສັ່ງເກືອດຫ້າມຈະເລີ່ມມີຜົນສັກສິດພາຍຫຼັງ 6 ອາທິດນັບແຕ່ຂໍ້ກຳນົດມີຜົນສັກສິດ. ຄຳສັ່ງເກືອດຫ້າມສົບບູນ ສຳລັບການນຳເຂົ້າອາຍແກັດ LNG ຈະມີຜົນສັກສິດນັບແຕ່ຕົ້ນປີ 2027 ແລະ ສຳລັບອາຍແກັດນຳເຂົ້າຜ່ານທໍ່ ຈະມີຜົນສັກສິດນັບແຕ່ລະດູໃບໄມ້ຫຼົ່ນປີ 2027.

This site is protected by reCAPTCHA and the Google Privacy Policy and Terms of Service apply.